ການເຄື່ອນໄຫວຕ່າງໆສະເຫລີມສະຫລອງ42ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ,ທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) -ຕອນບ່າຍວັນທີ 30/4, ຢູ່ເຂດປົກຄອງພິເສດ ມາເກົາ (ປະເທດຈີນ), ສະຫະພັນມິດຕະພາບຊາວຫວຽດນາມອາໄສຢູ່ ມາເກົາ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 42 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2017) ແລະ 131 ປີແຫ່ງວັນກຳມະກອນສາກົນ 1/5

ການເຄື່ອນໄຫວຕ່າງໆສະເຫລີມສະຫລອງ42ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ,ທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1 ລາຍການສິລະປະໃນໂອກາດສະເຫລີມສະຫລອງວັນທີ 30/4 ແລະ 1/5

ພາບ:Vnplus

ກ່າວຄຳເຫັນນະພິທີ, ທ່ານ ຫງວຽນວັນຟອງ, ຜູ້ຕາງຫນ້າສະຖານກົງສູນ ຫວຽດນາມ ຢູ່ ຮົ່ງກົງ ແລະ ມາເກົາ ໄດ້ທົບທວນຄືນບັນດາຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ ຊື່ງປະຊາຊົນຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ, ເປັນຕົ້ນໃນຂົງເຂດການພົວພັນກັບຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ທ່ານ ຫງວຽນວັນຟອງ ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ມາເກົາ ສຳລັບພາລະກິດສ້າງສາບ້ານເກີດເມືອງນອນໃນໄລຍະຜ່ານມາ, ພ້ອມທັງປາດຖະຫນາຢາກພໍ່ແມ່ປະຊາຊົນມີຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະກັນ, ຜ່ານຜ່າຄວາມຫຍຸ້ງຍາກ ບືນຕົວຂຶ້ນ, ສ້າງຄອບຄົວໃຫ້ມີຄວາມອີ່ມໜຳສຳລານ ແລະປະກອບສ່ວນໃຫ້ບ້ານເກີດເມືອງນອນ, ປະເທດຊາດຫລາຍກວ່າ.

ກ່ອນຫນ້ານັ້ນ ວັນທີ 29/4, ຢູ່ ນະຄອນຫລວງ Maputo, ສະມາຄົມຊາວຫວຽດນາມ ອາໄສຢູ່ ໂມຊຳບິກ ແລະ ສະມາຄົມພົວພັນແລກປ່ຽນວັດທະນະທຳ ໂມຊຳບິກ ຫວຽດນາມ ສົມທົບກັນຈັດຕັ້ງພິທີສະເຫລີມສະຫລອງ 42 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ຢ່າງສົມບູນ ທ້ອນໂຮມປະເທດປະເທດຊາດເປັນເອກະພາບ ແລະ ວັນກຳມະກອນສາກົນ. ນະພິທີ,  ທ່ານ ຫງວຽນວັນຈູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ຍົກໃຫ້ເຫັນຄວາມປະຫວັດສາດຂອງການທ້ອນໂຮມປະເທດຊາດເປັນເອກະພາບ, ນຳຫວຽດນາມ ກ້າວເຂົ້າສູ່ສັງກາດໃຫມ່ແຫ່ງສັນຕິພາບ, ເອກະພາບ ແລະ ວັດທະນາຖາວອນ. ທ່ານ ເອກອັກຄະລັດຖະທູດ  ຫງວຽນວັນຈູງ ໄດ້ຮຽກຮ້ອງຈິດໃຈຮ່ວມມືລະຫວ່າງຄົນງານຫວຽດນາມ ແລະ ໂມຊຳບິກ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມແຕກຕ່າງກັນ, ຫນູນຊ່ວຍເຊິ່ງກັນ ແລະກັນ ເພື່ອຜົນປະໂຫຍດຂອງທັງສອງຝ່າຍ. 

ຕອບກັບ

ຂ່າວ/ບົດ​ອື່ນ