ການເຄື່ອນໄຫວຕ່າງໆສະເຫລີມສະຫລອງວັນໂຮມປະເທດຊາດເປັນເອກະພາບ
(ພາບປະກອບ)
(vovworld)- ລາຍການສິລະປະພິເສດເນື່ອງໃນໂອກາດສະເຫລີມສະຫລອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2015) ດຳເນີນໄປໃນຕອນຄ່ຳວັນທີ 30/4 ຢູ່ ນະຄອນ ໂຮ່ຈິມີນ. ມີນັກສະແດງເກືອບ 5000 ຄົນ ໄດ້ວາດພາບການຕໍ່ສູ້ກູ້ຊາດທີ່ສະຫງ່າອົງອາດຂອງຊາດຫວຽດນາມໃນໄລຍະ 1954-1975. ຄຽງຄູ່ກັນນັ້ນ ລາຍການໄດ້ວາດພາບໃຫ້ເຫັນຮູບພາບຂອງກອງທັບ ແລະ ປະຊາຊົນພາກໃຕ້ໃນຊຸມມື້ປະຫວັດສາດ-ລະດູບານໃຫມ່ປີ 1975, ວິວັດການນະຄອນ ໂຮ່ຈິມີນ ປ່ຽນແປງໃຫມ່, ບັນລຸບັນດາຜົນງານອັນໃຫຍ່ຫລວງທາງດ້ານເສດຖະກິດ, ສັງຄົມ.
ເພື່ອສະເຫລີມສະຫລອງເຫດການສຳຄັນນີ້, ຢູ່ນະຄອນ ໂຮ່ຈິມີນ ແລະ ນະຄອນຫລວງ ຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆທີ່ຟົດຟື້ນມ່ວນຊື່ນຄື: ຍິງບັ້ງໄຟດອກແກ່ຍາວ 15 ນາທີ, ລາຍການສິລະປະຂ່ຳນັບຮັບຕ້ອນ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ ແລະ ວັນກຳມະກອນສາກົນ 1/5 ໄດ້ດຶງດູດປະຊາຊົນ ແລະ ແຂກສາກົນເຂົ້າຊົມເປັນຈຳນວນຫລວງຫລາຍ.