ການເຄື່ອນໄຫວຟົດຟື້ນຕ່າງໆໃນວັນບຸນປື້ມ ຢູ່ ແຂວງ ດັກລັກ

(VOVWORLD) - ທີ່ຖະໜົນປື້ມ, ໄດ້ຈັດບັນດາການເຄື່ອນໄຫວຕ່າງໆທີ່ເປັນເອກະລັກສະເພາະຄື: ແນະນຳປຶ້ມເຍົາວະຊົນ ແລະ ພົບປະແລກປ່ຽນກັບບັນດານັກປະພັນວັນນະຄະດີແຕ່ງປຶ້ມສະເພາະໃຫ້ເດັກ
ການເຄື່ອນໄຫວຟົດຟື້ນຕ່າງໆໃນວັນບຸນປື້ມ ຢູ່ ແຂວງ ດັກລັກ - ảnh 1ເຂດສະແດງປື້ມ ຢູ່ຖະໜົນປື້ມ ກາເຟ ບວນມາທວດ, ນະຄອນ ບວນມາທວດ, ແຂວງ ດັກລັກ
(ພາບ: VOV)

ໂດຍມຸ່ງໄປເຖິງວັນປື້ມ ແລະ ວັດທະນາທຳການອ່ານ (21 ເມສາ), ໃນວັນທີ 15 ແລະ 16 ເມສາ, ຢູ່ຖະໜົນປື້ມ ກາເຟ ບວນມາທວດ, ນະຄອນ ບວນມາທວດ, ແຂວງ ດັກລັກ ໄດ້ຈັດການເຄື່ອນໄຫວຕ່າງໆທີ່ຟົດຟື້ນກ່ຽວກັບປື້ມ ແລະ ວັດທະນະທຳການອ່ານ ສະຫງວນໃຫ້ແກ່ເດັກນ້ອຍ.

        ທີ່ຖະໜົນປື້ມ, ໄດ້ຈັດບັນດາການເຄື່ອນໄຫວຕ່າງໆທີ່ເປັນເອກະລັກສະເພາະຄື: ແນະນຳປຶ້ມເຍົາວະຊົນ ແລະ ພົບປະແລກປ່ຽນກັບບັນດານັກປະພັນວັນນະຄະດີແຕ່ງປຶ້ມສະເພາະໃຫ້ເດັກ… ເຂົ້າຮ່ວມລາຍການ, ນ້ອງ ໂຕງອັກແຄ໊ງ, ນັກຮຽນໂຮງຮຽນມັດທະຍົມຕອນປາຍ ດົງຢູ, ນະຄອນ ບວນມາທວດ, ແບ່ງປັນວ່າ:

        “ນີ້ແມ່ນຄັ້ງທຳອິດນ້ອງໄດ້ເຂົ້າຮ່ວມງານບຸນປື້ມຢູ່ທີ່ນີ້, ນ້ອງໄດ້ພົບປະກັບບັນດາຜູ້ນິຍົມປື້ມຄືນ້ອງເອງ, ກໍ່ຄືໄດ້ຮູ້ປື້ມຫຼາຍຫົວທີ່ມ່ວນໆ. ນ້ອງຍັງໄດ້ພົບປະກັບນັກປະພັນວັນນະຄະດີ, ນັກກະວີ ແລະ ໄດ້ພົບປະແລກປ່ຽນກັບເຂົາເຈົ້າອີກ. ນີ້ແມ່ນໂອກາດດີທີ່ສຸດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ