ການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ (07 ພະຈິກ 1917 – 07 ພະຈິກ 2017), ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ ລະດັບຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນປະຕິວັດເດືອນຕຸລາລັດເຊຍ (07 ພະຈິກ 1917 – 07 ພະຈິກ 2017), ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 100 ປີແຫ່ງວັນປະຕິວັດເດືອນຕຸລາລັດເຊຍ ລະດັບຊາດ

ໃນຕອນເຊົ້າວັນທີ 05 ພະຈິກ 2017 ຢູ່ຫໍກອງປະຊຸມແຫ່ງຊາດ ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 3.500 ຄົນ. ຄຽງຂ້າງນັ້ນ, ບັນດາລາຍການວັດທະນະທຳ, ພົບປະແລກປ່ຽນ, ສະແດງສິລະປະ… ກໍ່ຈະດຳເນີນຢູ່ຮ່າໂນ້ຍ. ພິທີສະເຫຼີມສະຫຼອງຄັ້ງນີ້ ຈະປະກອບສ່ວນເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະຮັບຮູ້ໄດ້ຄວາມໝາຍອັນໃຫຍ່ຫຼວງຂອງການປະຕິວັດເດືອນຕຸລາລັດເຊຍ ຢ່າງເລິກເຊິ່ງກວ່າ, ເຊິ່ງແມ່ນໜຶ່ງໃນບັນດາເຫດການຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ເປັນຂີດໝາຍໃໝ່ໃນປະຫວັດສາດພັດທະນາຂອງມວນມະນຸດ.

        ວັນທີ 31 ຕຸລາ, ຄະນະກຳມະການປະຊາຊົນແຂວງດົ່ງນາຍ ໄດ້ສົມທົບກັບສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງ ຈັດພິທີສະເຫຼີມສະຫຼອງ 100 ປີແຫ່ງວັນ ການປະຕິວັດເດືອນຕຸລາລັດເຊຍ. ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າສະຖານກົງສູນໃຫຍ່ສະຫະພັນລັດເຊຍ ປະຈຳນະຄອນໂຮ່ຈິມິນ Aleksey V.Popov ເນັ້ນໜັກວ່າ, ຫວຽດນາມ ໄດ້ ແລະ ພວມແມ່ນເພື່ອນທີ່ມີຄວາມໄວ້ເນື້ອເຊື່ອໃຈມາແຕ່ດົນນານຂອງປະເທດລັດເຊຍ ແລະ ສາຍພົວພັນນັ້ນແມ່ນການພົວພັນຍຸດທະສາດຮອບດ້ານຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ