ການເຄື່ອນໄຫວສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ

(VOVWORLD) -ວັນທີ 17 ພຶດສະພາ, ຢູ່ນະຄອນຫຼວງ Praha, ສະຖານທູດຫວຽດນາມ ປະຈຳສ.ເຊັກໂກ ໄດ້ຈັດພິທີສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/05/1890 – 19/05/2018).

ການເຄື່ອນໄຫວສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ - ảnh 1 (ສະຖານທູດຫວຽດນາມ ປະຈຳສ.ເຊັກໂກ ໄດ້ຈັດພິທີ

ສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ)

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ໂຮ່ມິນຕ໋ວນ ໄດ້ສັງລວມຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຮ່ຈິມິນ ໂດຍສັງເຂບຜ່ານແຕ່ລະໄລຍະປະຫວັດສາດ. ກໍ່ຢູ່ພິທີ, ບັນດາຜູ້ແທນໄດ້ກ່າວຄຳເຫັນ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງຂອງປະທານໂຮ່ຈິມິນ ຕໍ່ພາລະກິດແຫ່ງການປະຕິວັດຂອງປະເທດຊາດ ແລະ ໝັ້ນໝາຍຈະພ້ອມກັບລູກຫຼານ ລຸ້ນຫຼັງປົກປັກຮັກສາມໍລະດົກເຊິ່ງປະທານໂຮ່ຈິມິນ ປະໄວ້ໃຫ້ຢ່າງໝັ້ນຄົງ.

      ແລະກໍ່ໃນວັນທີ 17 ພຶດສະພາ, ອຳນາດການປົກຄອງນະຄອນ St. Petersburg ໄດ້ຈັດພິທີສະເຫຼີມສະຫຼອງ 95 ປີແຫ່ງວັນປະທານໂຮ່ຈິມິນ ມາ ລັດເຊຍ ເປັນຄັ້ງທຳອິດ (30/06/1923 – 30/06/2018). ເຂົ້າຮ່ວມພິທີມີທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ພ້ອມກັບການນຳຫຼັກແຫຼ່ງບາງທ່ານຂອງນະຄອນໂຮ່ຈິມິນ, ຜູ້ຕາງໜ້າບັນດາຄະນະ, ຂະແໜງການຂອງນະຄອນ St. Petersburg

      ແລະຢູ່ສູນພາບຖ່າຍຂອງສະມາຄົມບັນດານັກຂ່າວລັດເຊຍ ຢູ່ນະຄອນຫຼວງມົດສະກູ ກໍ່ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ຫງວຽນອ໋າຍກອັກ - ໂຮ່ຈິມິນ ດ້ວຍນ້ຳໃຈມິດຕະພາບຫວຽດນາມ - ລັດເຊຍ” ເຊັ່ນດຽວກັນ.

ຕອນເຊົ້າວັນທີ 18 ພຶດສະພາ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ໂດຍທ່ານນາງຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂງທິແທງຮັ່ງ ນຳໜ້າໄດ້ເຂົ້າສຸສານ ໄວ້ອາໄລປະທານໂຮ່ຈີມິນ.

        ແລະກໍ່ໃນຕອນເຊົ້າວັນທີ 18 ພຶດສະພາ, ຄະນະພັກແຂວງ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ເງະອານ ໄດ້ຈັດຕັ້ງພິທີຖະຫວາຍດອກໄມ້, ທູບທຽນຢູ່ເຂດປູຊະນີຍະສະຖານ ກິມລຽນ, ເມືອງນາມດ່ານ, ແຂວງ ເງະອານ.

ການເຄື່ອນໄຫວສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ - ảnh 2ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ສະຫວັນນະເຂດ, ສປປ ລາວ  ໄດ້ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ

        ກໍ່ໃນຕອນເຊົ້າຂອງວັນດຽວກັນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ ສະຫວັນນະເຂດ, ພາກກາງລາວ ກໍ່ໄດ້ສົມທົບກັບຄະນະຄຸ້ມຄອງບັນດາເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳແຂວງ ສະຫວັນນະເຂດ ຈັດຕັ້ງພິທີຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານ ໄຊຍະພຸມ, ເທດສະບານ ໄກສອນ ພົມວິຫານ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 17 ພຶດສະພາ, ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ Algiers ຂອງ Algeria, ທ່ານ ຟ້າມກວກຈຸ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Algeria ພ້ອມກັບພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການກ່ຽວຂ້ອງ ຈັດຕັ້ງພິທີຖະຫວາຍທູບທຽນດອກໄມ້ສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ