ການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍ ພາກໃຕ້ດຳເນີນຢ່າງຟົດຟື້ນໃນທົ່ວປະເທດ

ການເຄື່ອນໄຫວສະເຫຼີມສະຫຼອງວັນປົດປ່ອຍ ພາກໃຕ້ດຳເນີນຢ່າງຟົດຟື້ນໃນທົ່ວປະເທດ - ảnh 1

ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ
(ພາບ: baodientu.chinhphu.vn)

(vovworld) – ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4) ດຳ​ເນີນ​ຢ່າງ​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ. ຕອນ​ຄຳ່​ວັນ​ທີ 30/4 ຢູ່​ນະຄອນ​ໂຮ່ຈີ​ມິນ​ ໄດ້​ດຳ​ເນີນພິທີ​ຍິງ​ບັ້ງ​ໄຟ​ດອກ​ໄລຍະ​ຕຳ່, ກໍ່​ຄື​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ເພື່ອ​ຂຳ່ນັບ​ຊົມ​ເຊີຍ. ຕອນ​ຄຳ່​ຂອງ​ວັນ​ດຽວ​ກັນ, ​ແຂວງ​ດ້ຽນບຽນ​ກໍ່​ຈັດ​ຕັ້ງ​ການສະ​ແດງ​ດົນຕີ “ປະ​ເທດ​ຊາດ​​ເປັນ​ເອກະ​ພາບ​ຢ່າງ​ສົມບູນ“ ດ້ວຍ​ບັນດາ​ບົດ​ເພງ​ຍ້ອງຍໍ​ພັກ, ຍ້ອງຍໍ​ລຸງ​ໂຮ່ ​ແລະ ຄົນ​ດ້ຽນບຽນ. ​ແຂວງ​ອານ​ຢາງ​ກໍ່​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ​ ​ເພື່ອ​ແນ​ໃສ່​ຢັ້ງຢືນ, ​ເຊີດ​ຊູ ບັ້ນ​ຮົບ​ທີ່​ແກ່ຍາວ 128 ວັນ ​ແລະ ຄືນ ຂອງ​ທະຫານ, ປະກອບສ່ວນ​ສ້າງ​ເປັນ​ໄຊຊະນະ​ໃນ​ລະດູບານ​ໃໝ່ 1975. ຢູ່​ເທດສະບານ​ຊາ​ປາ, ​ແຂວງ​ລາວ​ກາຍ​ກໍ່​ຈັດ​ງານ​ບຸນ​ຕ່າງໆ​ຄື: ງານ​ບຸນ​​ເປົ່າແຄນ, ​ເປົ່າ​ປີ່, ງານ​ບຸນ​ແຫ່ງ​ຄວາມ​ຮັກ,​ງານ​ບຸນ​ການ​ຄ້າ​ທ່ອງ​ທ່ຽວ​ຊາ​ປາປີ 2013. ທ່ານ ຫງວຽນ​ງອກ​ຮິງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງຊາ​ປາ, ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ, ສົ່ງ​ເສີມ​ການ​ຄ້າ, ​ໂຄສະນາ​ໃຫ້​ແກ່​ການທ່ອງທ່ຽວ​ຊາ​ປາ, ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ແລກປ່ຽນ​ຄ້າຂາຍ​ສິນຄ້າ​ລະຫວ່າງ​ເຂດ​ພາກ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ຜ່ານ​ນີ້, ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ, ນັກ​ຜະລິດ​ຈະນຳ​ຜະລິດ​ຕະພັນ​ຂອງ​ຕົນ​ມາຊາ​ປາ ​ເພື່ອ​​ແນ​ໃສ່​ພັດທະນາ​ເສດຖະກິດ​ ​ແລະ ການທ່ອງທ່ຽວ​ຢູ່​ຊາ​ປາ.“

 

ຂ່າວ/ບົດ​ອື່ນ