ການເຄື່ອນໄຫວສະເຫລີມສະຫລອງ65ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງການ ແຂ່ງຂັນຮັກຊາດ

 (vovworld)-   ຕອນ​ເຊົ້າ​ວັນ​ທີ 7/6, ຢູ່ ຮ່າ​ໂນ້ຍ, ສະຫະພັນ​ແຮງ​ງານ ຫວຽດນາມ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ 65 ປີກຳມະບານ​ຫວຽດນາມ​ປະຕິບັດຄຳຮຽກຮ້ອງ​ການ​ແຂ່ງຂັນ​ຮັກ​ຊາດຂອງ​ປະທານ​ໂຮ່ຈິ​ມີນ”.  ບັນດາ​ບົດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ລະຫວ່າງ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຂອງ​ການ​ໝູ​ນ​ໃຊ້​ຫົວຄິດ​ປະດິດສ​້າງ​ແນວ​ຄິດ​ໂຮ່ຈິ​ມີນກ່ຽວ​ກັບ​ການ​ແຂ່ງຂັນ​ຮັກ​ຊາດ​ໃນ​ການ​ເຄື່ອນ​ໄຫວ​ກຳມະບານ​ຫວຽດນາມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ຮ່ວາ​ບີ່​ງ ຮອງ​ປະທານ​ປະຈຳ​ສະຫະພັນ​ແຮງ​ງານ​ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “ວຽກ​ງານ​ແຂ່ງຂັນ​ຍ້ອງຍໍ​​ແມ່ນ​ກຳລັງ​ຫນູນ​ດ້ານ​ຈິດ​ໃຈ​ອັນ​ໃຫຍ່​ຫລວງ, ລະດົມ​ກຳລັງ​ໃຈ​ພະນັກງານ, ສະມາຊິກ​ຄະນະຊາວ​ຫນຸ່ມ, ກຳມະກອນ, ລັດຖະກອນ, ຄົນ​ງານ ​ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ, ຈິດ​ໃຈກ​້າຄິດ​ກ້າ​ເຮັດ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ, ວຽກ​ງານ, ປະກອບສ່ວນ​ສຳ​ເລັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເປັນ​ຢ່າງ​ດີ, ປະກອບສ່ວນ​ສຳຄັນ​​ໃຫ້​ແກ່​ຜົນງານ​ລວມກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ​ເພື່ອ​ຈຸດໝາຍ ປຊຊ ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງຄົມ​ຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ.”

ການເຄື່ອນໄຫວສະເຫລີມສະຫລອງ65ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງການ ແຂ່ງຂັນຮັກຊາດ - ảnh 1
ທ່ານ ຫວູຫາຍ, ​ຮອງ​ຜູ້ອຳ​ນວຍການ​ໃຫຍ່​ວິທະຍຸ​
ກະຈາຍສຽງ​ ຫວຽດນາມ

        ຕອນ​ເຊົ້າ​ວັນ​ດຽວ​ກັນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ການສະ​ເຫລີ​ມສະຫລອງ 65 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈິ​ມີນຮຽກຮ້ອງ​ການ​ແຂ່ງຂັນ​ຮັກ​ຊາດ. ​ໃນ​ສູນ​ທອນ​ພົດ​ໄຂ​ພິທີ, ທ່ານ ຫວູຫາຍ ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຢືນຢັນ​ຄວາມ​ສຳຄັນ​ຂອງ​ຂະ​ບວນການ​ດັ່ງກ່າວ​ໃນ​ໄລຍະ​ຕໍ່ສູ້​ຍາດ​​ເອກະລາດ, ​ເສ​ລິ​ພາບ​ໃຫ້​ແກ່​ປະ​ເທດ​ຊາດ​ກໍ​ຄື​ໃນ​ໄລຍະ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ​ເມື່ອ​ເວົ້າ​ເຖິງ​ທິດ​ທາງ​ຜັນ​ຂະຫຍາຍ​ຂະ​ບວນການ​ດັ່ງກ່າວ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ຫວູຫາຍ, ​ຮອງ​ຜູ້ອຳ​ນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຊີ້​ແຈງ​ວ່າ:

        “​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງມະຫາຊົນ, ສຸມ​ໃສ່​ຂົນຂວາຍ​ໝູ່​ມະຫາຊົນ, ສຸມ​ກຳລັງ​​ເພື່ອ​ກໍ່ສ້າງ ​ແລະ ຈັດ​ຕັ້ງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ. ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ພະນັກງານ, ນັກ​ຂ່າວ, ​ພະນັກງານ​ເຕັກນິກ, ສີ​ລະ​ປິນ ​​ໃນ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ສາມັກຄີ, ຝຶກ​ຝົນ​ຫລໍ່​ຫລອມ, ຕັ້ງຫນ້າ​ຕອບ​ສະຫນອງ​ບ້ັນ​ຂົນຂວາຍ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ, ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ.”

ຂ່າວ/ບົດ​ອື່ນ