ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍຊີວິດເພື່ອຊາດ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2019), ບັນດາການເຄື່ອນໄຫວສະເຫຼີມສະຫຼອງ, ສະແດງຄວາມຮູ້ບຸນຄຸນໄດ້ ແລະ ພວມດຳເນີນຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ.

ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍຊີວິດເພື່ອຊາດ - ảnh 1 ລາຍການສະແດງສິລະປະ “ເສັ້ນທາງອະມະຕະ”  (ພາບ: TTXVN)

ຕອນເຊົ້າວັນທີ 27 ກໍລະກົດ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໂດຍທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍິນ ນຳໜ້າໄປ, ວາງພວງມາລາ, ອາໄລຫາ, ຖະຫວາຍທູບທຽນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ໂຮ່ຈີມິນ.

        ຕອນຄ່ຳວັນທີ 26 ກໍລະກົດ, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວໄດ້ສົມທົບກັບຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ກວາງຈິ້ ຈັດຕັ້ງລາຍການ “ເສັ້ນທາງອະມະຕະ” ຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9. ທ່ານ ຫງວຽນກວາງວິງ, ຜູ້ວ່າການຫົວໜ້າກົມສິລະປະການສະແດງ - ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວໃຫ້ຮູ້ວ່າ:

        “ດ້ວຍຈິດໃຈສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ເສີມຂະຫຍາຍມູນເຊື້ອ, ສິນທຳກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳຂອງຊາດ ຫວຽດນາມ, ລາຍການສະແດງສິລະປະເສັ້ນທາງອະມະຕະ ຄືຄຳຕັກເຕືອນລຸ້ນໜຸ່ມກ່ຽວກັບມູນເຊືື້ອຮັກຊາດ, ກ່ຽວກັບຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ກ່ຽວກັບຄວາມຮັບຜິດຊອບໃນການດຳລົງຊີວິດ, ຮ່ຳຮຽນອອກແຮງງານ, ປົກປັກຮັກສາປະເທດຊາດ ໃຫ້ສົມກັບການເສຍສະຫຼະຊີວິດ ຂອງບັນດາລຸ້ນພໍ່ລຸ້ນອ້າຍ.

        ແລະກໍ່ໃນວັນທີ 26 ກໍລະກົດ, ຢູ່ນະຄອນ ເກິ່ນເທິ, ແຂວງ ກອນຕຸມ ກໍ່ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ, ສະແດງຄວາມຮູ້ບຸນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ