ການເຄື່ອນໄຫວເນື່ອງໃນໂອກາດວັນຄົນພິການຫວຽດນາມ (18/4)
ສູນສອນວິຊາຊິບໃຫ້ຄົນພິການນະຄອນວິງ ຈັດການສະແດງສິລະປະ
ເນື່ອງໃນໂອກາດວັນຄົນພິການຫວຽດນາມ
|
Vovworld- ປະຈຸບັນຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດຫວຽດນາມ, ພວມຈັດການເຄື່ອນໄຫວຫຼາຍຢ່າງເພື່ອມຸ່ງໄປສູ່ວັນຄົນພິການຫວຽດນາມ (18/4). ຢູ່ນະຄອນ ໂຮ່ຈິມິນ, ສະຫະພັນແມ່ຍິງ ແລະ ສະມາຄົມຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້ານະຄອນ ໄດ້ຈັດການພົບປະສັງສັນກັບແມ່ຍິງພິການກ່ວາ 200 ຄົນຊຶ່ງເປັນຕົວແທນໃຫ້ແກ່ບັນດາເອື້ອຍນ້ອງແມ່ຍິງພິການທີ່ພວມດຳລົງຊີວິດໃນບໍລິເວນນະຄອນ. ສະຫະພັນແມ່ຍິງນະຄອນໂຮຈິມິນໄດ້ມອບຂອງຂວັນ 200 ພູດ, ດ້ວຍມຸນຄ່າພູດລະ 5 ແສນດົງໃຫ້ແກ່ແມ່ຍິງພິການ ແລະ ມອບເງິນ 100 ລ້ານດົງໃຫ້ແກ່ແມ່ຍິງພິການທີ່ທຸກຍາກ 25 ຄົນເພື່ອພັດທະນາເສດຖະກິດຄອບຄົວ. ສ່ວນອົງການຊາວໜຸ່ມນະຄອນຮ່າໂນ້ຍໄດ້ຈັດວັນບຸນວຽກເຮັດງານທຳເຈືອຈານກັບຄົນພິການຄັ້ງທີ 1 ປີ 2012, ອັນໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ, ສູນໃຫ້ຄຳປຶກສາແນະນຳວຽກເຮັດງານທຳ, ຮາກຖານຜະລິດຂອງຄົນພິການລວມ 35 ຫົວໜ່ວຍ. ເນື່ອງໃນໂອກາດນີ້, ອົງການຊາວໜຸ່ມນະຄອນຮ່າໂນ້ຍໄດ້ມອບຂອງຂັວນໃຫ້ແກ່ຊາວໜຸ່ມພິການ 21 ຄົນທີ່ມີສະພາບຫຍຸ້ງຍາກ( ຂອງຂວັນແຕ່ລະພູດມີມຸນຄ່າ 1 ລ້ານດົງ) ແລະຈັດພິທີສະເໜີຕົວສູນໃຫ້ຄຳປຶກສາ ແລະ ໜູນຊ່ວຍການເຊື່ອມຕົວເຂົ້າກັບສັງຄົມໃຫ້ແກ່ຄົນພິການຮ່າໂນ້ຍ.