ການເຈລະຈາ TPP ອາດຈະປະສົບກັບ ຮົ້ວກີດຂວາງຫຼາຍຢ່າງ


ການເຈລະຈາ TPP ອາດຈະປະສົບກັບ ຮົ້ວກີດຂວາງຫຼາຍຢ່າງ - ảnh 1
(ພາບ:
AFP)

(vovworld)​ ​- ວັນ​ທີ 27/10, ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ 12 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TTP) ຢູ່ Sydneyi ປະ​ເທດ​ອົດ​ສະ​ຕາ​ລີ ສິ້ນ​ສຸດ​ພາຍຫຼັງການ​ເຮັດ​ວຽກ​ເປັນ​ເວລາ 3 ວັນ. ​ໃນ​ກອງ​ປະຊຸມ​ທຳ​ອິດ​ນັບ​ແຕ່​ເດືອນ 5/2014 ນີ້, ​ເຖິງ​ວ່າ​ບັນ​ລຸໄດ້ບັນດາ​ບາດກ້າວ​ແນ່ນອນ​ ແຕ່​ກອງ​ປະຊຸມ​ບໍ່​ທັນສາມາດ​ແກ້​ໄຂ​ບາງ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ. ​ໃນ​ຖະ​ແຫຼງ ການ​ຮ່ວມພາຍຫຼັງ​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ຢືນ​ຢັນ​ເຖິງ​ການບັນ​ລຸ້​ໄດ້​ບາດກ້າວ​​ພໍ​ສົມຄວນ​ ກ່ຽວ​ກັບ​ບັນຫາ​ພາສີ ​ແລະ ກຳນົດ​ບັນດາ​ຂໍ້​ກຳນົດ​ການ​ຄ້າ, ​ເປັນ​ເອກະ​ພາບ​ຕາມ​ຂໍ້​ລິ​ເລີ່​ມ TPP. ຖະ​ແຫຼ​ງການ​ຖື​ວ່າ: ຂໍ້​ຕົກລົງ TPP ພວມ​​ໄດ້​ຮັບ​ການ​ເຈລະຈາ ​ແລະ ບັນດາ​ຝ່າຍ​ຫວັງ​ວ່າ​ຈະ​ພົບ​ປະກັນ​ຄືນ​ໃໝ່ຢູ່​ປັກ​ກິ​ງ (ຈີນ) ​ໃນ​ເດືອນ 11 ຈະ​ມາ​ເຖິງ​ຢູ່​ນອກ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ. ​ໃນຂະ​ນະບັນດາ​ລັດຖະມົນຕີ​ ​ເນັ້ນ​ໜັກ​ເຖິງ: ບັນດາ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈລະຈາ​ພວມ​ກ້າວ​​ເຂົ້າ​ສູ່​ປີ​ທີ 5, ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ຍັງ​ບໍ​່ທັນບັນ​ລຸໄດ້ຂໍ້​ຕົກລົງ 2 ຝ່າຍ. ຂໍ້​ຕົກລົງ​ກ່ຽວ​ກັບ TPP ລະຫວ່າງ ຍີ່ປຸ່ນ-​ອາ​ເມ​ລິ​ກາ ​ໄດ້ຮັບ​ຖື​ວ່າ​ມີ​ຄວາມ​ສຳຄັນ​ເພື່ອ​ຊ່ວຍ​ຍູ້​ໄວ​ວິວັດ​ການ​ເຈລະຈາຂອງ 12 ປະ​ເທດ​ສະມາຊິກ ./.

ຂ່າວ/ບົດ​ອື່ນ