ການເຈລະຈາຂໍ້ຕົກລົງນິວເຄຼຍ ອີຣານ ຈະໄດ້ເຊື່ອມຕໍ່ຄືນໃໝ່ໃນວັນທີ 27 ທັນວາ

(VOVWORLD) -ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ ມີຊື່ວ່າ ແຜນການດຳເນີນງານຮ່ວມຢ່າງຮອບດ້ານ (JCPOA) ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນວັນທີ 27 ທັນວາ ຈະມາເຖິງ.
ການເຈລະຈາຂໍ້ຕົກລົງນິວເຄຼຍ ອີຣານ ຈະໄດ້ເຊື່ອມຕໍ່ຄືນໃໝ່ໃນວັນທີ 27 ທັນວາ - ảnh 1ການເຈລະຈາເມື່ອວັນທີ 03 ທັນວາ 2021
(ພາບປະກອບ: THX/TTXVN)

ທ່ານທູດພິເສດດ້ານນິວເຄຼຍຂອງ ລັດເຊຍ Mikhail Ulyyanov ໃຫ້ຮູ້ວ່າ, ບັນດາການເຈລະຈາໄດ້ປະຕິບັດໃນທ່າມກາງວັນບຸນຄຼິດສະມາດ ແລະ ປີໃໝ່ ແມ່ນກໍລະນີພິເສດ ແລະ ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນວ່າ ນັກເຈລະຈາທັງໝົດບໍ່ຢາກເສຍເວລາ ແລະ ມຸ່ງໄປເຖິງການຟື້ນຟູຂໍ້ຕົກລົງ JCPOA ໃຫ້ໄວທີ່ສຸດ.

        ໃນຂະນະນັ້ນ, ສະຫະພາບເອີລົບ (ອີຢູ) ໃຫ້ຮູ້ວ່າ, ບັນດາການເຈລະຈາຈະມາເຖິງຈະມີການເຂົ້າຮ່ວມຂອງຜູ້ຕາງໜ້າ ຈີນ, ຝລັ່ງ, ເຢຍລະມັນ, ລັດເຊຍ, ອັງກິດ ແລະ ອີຣານ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບແງ່ຫວັງ ອາເມລິກາ ກັບຄືນສູ່ JCPOA ແລະ ວິທີການຮັບປະກັນໃຫ້ທຸກຝ່າຍປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ