ການເຈລະຈາດ້ານ ນິວເຄຼຍຂອງອີຣານ ໄດ້ມີບາດກ້າວພັດທະນາ
ທ່ານນາງ Catherine Ashton ແລະ ທ່ານລັດຖະມົນຕີ
ການຕ່າງປະເທດ Mohammad Javad Zarif
(ພາບ: AFP/TTXVN)
(vovworld) - ບັນດາການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ ຫາກໍ່ໄດ້ຮັບການເຊື່ອມຕໍ່ຄືນໃໝ່ຢູ່ເຊແນວ, ປະເທດສະວິດ ແລະ ພວມຕັ້ງຄວາມຫວັງບັນລຸໄດ້ຂໍ້ຕົກລົງໃໝ່ເພື່ອແນໃສ່ແກ້ໄຂວິກິດການນິວເຄຼຍຂອງອີຣານ ເຊິ່ງພວມຖືກຢຸດສະງັກແຕ່ດົນນານ. ເຊິ່ງຕາມນັ້ນແລ້ວ, ໃນລະຫວ່າງວັນທີ 07 – 08 ພະຈິກ, EU, ກຸ່ມ P5+1 ແລະ ອີຣານ (ເຊິ່ງລວມມີອາເມລິກາ, ຟລັ່ງ, ຈິນ, ລັດເຊຍ ແລະ ເຢຍລະມັນ) ຈະດຳເນີນການເຈລະຈາແນໃສ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບໂຄງການນິວເຄຼຍ ທີ່ກໍ່ຄວາມໂຕ້ຖຽງກັນຂອງອີຣານ. ຝ່າຍອາເມລິກາ ປາດຖະໜາວ່າ ບັນດາການເຈລະຈາຄັ້ງນີ້ຈະແມ່ນບາດກ້າວເດີນທຳອິດໃນວິວັດການແກ້ໄຂບັນຫານິວເຄຼຍຂອງອີຣານ.
ກ່າວຄຳເຫັນພາຍຫຼັງສິ້ນສຸດການປະຊຸມຂ່າວໃນມື້ເຮັດວຽກທຳອິດ, ທ່ານ Michael Mann, ໂຄສົກຂອງທ່ານນາງ Catherine Ashton, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະຫະພາບເອີລົບ (EU) ເນັ້ນໜັກວ່າ “ພວກຂ້າພະເຈົ້າໄດ້ບັນລຸບັນດາຄວາມຄືບໜ້າດີ” ແລະ ທ່ານນາງ Catherine Ashton ຈະມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ Mohammad Javad Zarif ເພື່ອສືບຕໍ່ປຶກສາຫາລືກ່ຽວກັບບັນຫາຈຳນວນໜຶ່ງ.