ການເຈລະຈາຮອບທີ 6 ກຸ່ມປະຕິບັດງານກ່ຽວກັບເຂດທະເລຢູ່ນອກປາກອ່າວພາກເໜືອຫວຽດນາມ-ຈີນ

ການເຈລະຈາຮອບທີ 6 ກຸ່ມປະຕິບັດງານກ່ຽວກັບເຂດທະເລຢູ່ນອກປາກອ່າວພາກເໜືອຫວຽດນາມ-ຈີນ - ảnh 1
ອ່າວ​ພາກ​ເໜືອ

(vovworld)-  ແຕ່​ວັນ​ທີ 10-12/12, ຢູ່​ປັກ​ກິງ​ປະ​ເທດ​ຈີນ, ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ຮອບ​ທີ 6 ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ເຂດ​ທະ​ເລ​ຢູ່ນອກ​ປາກ​ອ່າວ​ພາກ​ເໜືອ​ຫວຽດ​ນາມ-ຈີນ. 2 ຝ່າຍ​ໄດ້​ຢືນ​ຢັນ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ແບ່ງ​ກຳ​ນົດບໍ​ລິ​ເວນ​ທະ​ເລ​ຢູ່ນອກ​ປາກ​ອ່າວ​ພາກ​ເໜືອ,ພ້ອມ​ກັນ​ນັ້ນ​ກໍ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາໃນ​ເຂດ​ທະ​ເລນີ້. ໃນ​ການ​ເຈ​ລະ​ຈາ​ຮອບນີ້, ກຸ່ມ​ຜູ້​ຊ່ຽວ​ຊານ​ສຳຫຼວດ​ຮ່ວມ​ຢູ່​ບໍ​ລິ​ເວນ​ທະ​ເລນອກ​ປາກ​ອ່າວ​ພາກ​ເໜືອ, ແນ​ໃສ່​ຮັບ​ໃຊ້​ຈຸດ​ໝາຍ​ແບ່ງ​ກຳ​ນົດ ແລະ ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ​ໃນ​ພາກ​ພື້ນນີ້ໃຫ້​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາກ​ກົນ, ໃນ​ນັ້ນ​ມີສົນ​ທິ​ສັນ​ຍາ ສ.ປ.ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 . 

ຂ່າວ/ບົດ​ອື່ນ