ການເພີ່ມທະວີຄວາມສາມາດຂອງລະບົບສະໜອງໃນກຸ່ມຕ່ຳແຜ່ນຕັດຫຍິບ

ການເພີ່ມທະວີຄວາມສາມາດຂອງລະບົບສະໜອງໃນກຸ່ມຕ່ຳແຜ່ນຕັດຫຍິບ - ảnh 1
ພາບ​ປະ​ກອບ

(vovworld)- ຕາມ​ສະ​ມາ​ຄົມ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ​ຫວຽດ​ນາມ (Vitas)​ ແລ້ວ, Vitas ຈະ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກ​ອງ​ປະ​ຊຸມ​ສະ​ຫະ​ພັນ​ຕ່ຳ​ແຜ່ນ​ຕັດ​ຍິບ ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້ (AFTEX)  ແລະ ກອງ​ປະ​ຊຸມ​ສາ​ກົນ ກ່ຽວກ​ັບ “ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ ​ຂອງລະ​ບົບ​ສະ​ໜອງ ​ໃນ​ກຸ່ມ​ຕ່ຳ​ແຜ່ນ​ຕັດ​ຍິບ ອາ​ຊຽນ ເພື່ອ​ແນ​ໃສ່​ມຸ່ງ​ໄປ​​ສູ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”. ບັນ​ດາ​ລາຍ​ການ​ຈະ​ດຳ​ເນີນ ລະ​ຫວ່າງ ວັນ​ທີ 31/10 ເຖິງ 2/11/2016 ຢູ່ ຮ່າ​ໂນ້ຍ. ໃນ​ຂອບ​ເຂດກອງ​ປະ​ຊຸມ ມີ​ກອງ​ປະ​ຊຸມ​ສຳ​ມະ​ນາ “ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ ​​ຂອງລະ​ບົບ​ສະ​ໜອງ​ ໃນ​ກຸ່ມ​ຕ່ຳ​ແຜ່ນ​ຕັດ​ຍິບ ອາ​ຊຽນ”, ສຸມ​ໃສ່ວິ​ເຄາະ​ຜົນ​ກະ​ທົບ​ ຂອງ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ແລະ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) , ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ແລະ ​ພາກ​ພື້ນ​ປະ​ຊາ​ຄົມ​ອາ​ຊຽນ (AEC) ສຳ​ລັບ​ຕ່ຳ​ແຜ່ນ​ຕັດ​ຍິບ​ພາຍ​ໃນ​ກຸ່ມ. ນອກ​ຈາກນັ້ນ​ຍັງ​ມີ​ ງານ​ວາງ​ສະ​ແດງ ​ວັດ​ຖຸ​ດີບ, ​ເຄື່ອງ​ເສີມ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ 2016 ​ເຊິ່ງວາງ​ສະ​ແດງ ແລະ ແນະ​ນຳ​ບັນ​​ດາ​ວັດ​ຖຸ​ດີບ,​ ​ພະ​ຫະ​ນະເຄື່ອງ​ຈັກ ແລະ ເຕັກ​ໂນ​ໂລ​ຊີ​ທີ​ທັນ​ສະ​ໄໝ​ຮັບ​ ໃຊ້​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຍິບ, ດ້ວຍ​ການ​ເຂົ້າ​ຮ່ວມ​ ຂອງວິ​ສາ​ຫະ​ກິດ ກວ່າ 190 ແຫ່ງ ມາ​ຈາກ 15 ປະ​ເທດ ແລະ ເຂດ​ແຄ້ວນ ດ້ວຍ​ເນື້ອ​ທີ່​ວາງ​ສະ​ແດງທັງ​ໝົດ 5.000 ຕາ​ແມັດ.

ຂ່າວ/ບົດ​ອື່ນ