ການ​ເລືອກ​ຕັ້ງ ຕວັກ​ກີ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tayyip Erdogan ແລະ ການ​ນຳ​ພັກ​ຝ່າຍ​ຄ້ານ Kemal Kilicdaroglu ແຂ່ງ​ຂັນ​ກັນ​ໃນ​ຮອບ​ທີ 2

(VOVWORLD) - ຕາມຂໍ້ກຳນົດຂອງກົດໝາຍ ຕວັກກີ, ຖ້າຫາກວ່າ ບໍ່ມີຜູ້ສະໝັກເລືອກຕັ້ງຄົນໃດຍາດໄດ້ຈຳນວນບັດສະໜັບສະໜູນ ແຕ່ 50% ຂຶ້ນໄປນັ້ນ, ທ່ານປະທານາທິບໍດີ ຄົນປັດຈຸບັນ Tayyip Erdogan ແລະ ທ່ານ Kemal Kilicdaroglu ຈະກ້າວເຂົ້າສູ່ຮອບເລືອກຕັ້ງທີ 2, ເຊິ່ງຄາດວ່າ ຈະດຳເນີນໃນວັນທີ 28 ພຶດສະພາ ຈະມາເຖິງ.



ການ​ເລືອກ​ຕັ້ງ ຕວັກ​ກີ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tayyip Erdogan ແລະ ການ​ນຳ​ພັກ​ຝ່າຍ​ຄ້ານ Kemal Kilicdaroglu ແຂ່ງ​ຂັນ​ກັນ​ໃນ​ຮອບ​ທີ 2 - ảnh 1ທ່ານປະທານາທິບໍດີ Tayyip Erdogan (ເບື້ອງຊ້າຍ) ແລະ ຄູ່ແຂ່ງ Kemal Kilicdarogl (ເບື້ອງຂວາ) (ພາບ: AP)

   ຜົນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດໃນເບື້ອງຕົ້ນ ໂດຍສະພາເລືອກຕັ້ງສູງສຸດ ຕວັກກີ (YSK) ປະກາດໃນຕອນເຊົ້າວັນທີ 15 ພຶດສະພາ ໃຫ້ເຫັນວ່າ ດ້ວຍ 96,41% ຈຳນວນບັດທີ່ໄດ້ນັບທັງໝົດ, ທ່ານປະທານາທິບໍດີ Tayyip Erdogan ຂຶ້ນກັບພັກຍຸຕິທຳ ແລະ ພັດທະນາ (AKP) ກຳອຳນາດ ຍາດໄດ້ 49,42%, ໃນຂະນະນັ້ນ ຄູ່ແຂ່ງ Kemal Kilicdaroglu ຂຶ້ນກັບສະຫະພັນແຫ່ງຊາດ ແລະ ພັກປະຊາຊົນສາທາລະນະ (CHP) ຝ່າຍຄ້ານ ກວມເອົາ 44,88%.

        ຕາມຂໍ້ກຳນົດຂອງກົດໝາຍ ຕວັກກີ, ຖ້າຫາກວ່າ ບໍ່ມີຜູ້ສະໝັກເລືອກຕັ້ງຄົນໃດຍາດໄດ້ຈຳນວນບັດສະໜັບສະໜູນ ແຕ່ 50% ຂຶ້ນໄປນັ້ນ, ທ່ານປະທານາທິບໍດີ ຄົນປັດຈຸບັນ Tayyip Erdogan ແລະ ທ່ານ Kemal Kilicdaroglu ຈະກ້າວເຂົ້າສູ່ຮອບເລືອກຕັ້ງທີ 2, ເຊິ່ງຄາດວ່າ ຈະດຳເນີນໃນວັນທີ 28 ພຶດສະພາ ຈະມາເຖິງ.



ຕອບກັບ

ຂ່າວ/ບົດ​ອື່ນ