ການ​ເລືອກ​ຕັ້ງ ຢູ່​ ກຳ​ປູ​ເຈຍ: ພັກ​ກຳ​ອຳ​ນາດ​ຍາດ​ໄດ້ 120/125 ບ່ອນ​ນັ່ງ​ໃນສະ​ພາ​ແຫ່ງ​ຊາດ​ຊຸ​ດ​ໃໝ່

(VOVWORLD) - ໃນຖະແຫຼງການ, ພັກກຳອຳນາດ ໃຫ້ຄຳໝັ້ນສັນຍາກັບປະຊາຊົນວ່າ ລັດຖະບານ ກຳປູເຈຍ ອາຍຸການ ທີ VII ທີ່ສ້າງຕັ້ງໃນຊຸມວັນຈະມາເຖິງ ໂດຍ ປອ. Hun Manet ນຳໜ້າ ຈະສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ມານະພະຍາຍາມປະຕິບັດສຳເລັດໂຄງການດຳເນີນງານການເມືອງ ຄືດັ່ງໄດ້ປະກາດມາແລ້ວ ເພື່ອຕອບແທນຄວາມໄວ້ວາງໃຈຂອງປະຊາຊົນ ທີ່ມີຕໍ່ພັກ CPP.
ການ​ເລືອກ​ຕັ້ງ ຢູ່​ ກຳ​ປູ​ເຈຍ: ພັກ​ກຳ​ອຳ​ນາດ​ຍາດ​ໄດ້ 120/125 ບ່ອນ​ນັ່ງ​ໃນສະ​ພາ​ແຫ່ງ​ຊາດ​ຊຸ​ດ​ໃໝ່ - ảnh 1ພັກ CPP ຍາດໄດ້ໄຊຊະນະຢ່າງຂາດຂັ້ນ (ພາບ:  VOV)

ຕອນເຊົ້າວັນທີ 5 ສິງຫາ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ປະກາດໝາກຜົນການເລືືອກຕັ້ງ ແລະ ບັນຊີລາຍຊື່ຜູ້ຮັບໄຊຊະນະເປັນສະມາຊິກສະພາແຫ່ງຊາດຊຸດທີ VII ຢ່າງເປັນທາງການ ດ້ວຍໄຊນະນະຂາດຂັ້ນ ໄດ້ແກ່ພັກ CPP. ຕາມນັ້ນແລ້ວ, ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ ຍາດໄດ້ 120 ໃນຈຳນວນ 125 ບ່ອນນັ່ງໃນສະພາແຫ່ງຊາດອາຍຸການໃໝ່ຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້.

        ກໍໃນຕອນເຊົ້າຂອງວັນດຽວກັນ, CPP ໄດ້ອອກຖະແຫຼງການປະກາດໝາກຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII ເຊິ່ງ NEC ໄດ້ປະກາດຢ່າງເປັນທາງການ.   ໃນຖະແຫຼງການ, ພັກກຳອຳນາດ ໃຫ້ຄຳໝັ້ນສັນຍາກັບປະຊາຊົນວ່າ ລັດຖະບານ ກຳປູເຈຍ ອາຍຸການ ທີ VII ທີ່ສ້າງຕັ້ງໃນຊຸມວັນຈະມາເຖິງ ໂດຍ ປອ. Hun Manet ນຳໜ້າ ຈະສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ມານະພະຍາຍາມປະຕິບັດສຳເລັດໂຄງການດຳເນີນງານການເມືອງ ຄືດັ່ງໄດ້ປະກາດມາແລ້ວ ເພື່ອຕອບແທນຄວາມໄວ້ວາງໃຈຂອງປະຊາຊົນ ທີ່ມີຕໍ່ພັກ CPP.


ຕອບກັບ

ຂ່າວ/ບົດ​ອື່ນ