ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ປີ 2020: ພັກ​ປະ​ຊາ​ທິ​ປະ​ໄຕ ຍາດ​ໄດ້​ສິດ​ຄວບ​ຄຸມ​ຢູ່​ສະ​ພາສູງ ພາຍຫຼັງ​ຈັດການ​ເລືອກ​ຕັ້ງ​ເພີ່ມ​ເຕີມ​ຢູ່ ລັດ Georgia

(VOVWORLD) -ສະພາຕ່ຳ ແລະ ສະພາສູງ ອາເມລິກາ ໄດ້ໂຮມປະຊຸມຄືນໃໝ່ ເພື່ອຢັ້ງຢືນໄຊຊະນະຂອງທ່ານ Joe Biden ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອເດືອນ ພະຈິກປີ 2020, ພາຍຫຼັງເຫດການດັ່ງກ່າວຖືກຕັດຕອນ ຍ້ອນເກີດການແຫ່ຂະບວນປະທ້ວງ.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ປີ 2020: ພັກ​ປະ​ຊາ​ທິ​ປະ​ໄຕ ຍາດ​ໄດ້​ສິດ​ຄວບ​ຄຸມ​ຢູ່​ສະ​ພາສູງ ພາຍຫຼັງ​ຈັດການ​ເລືອກ​ຕັ້ງ​ເພີ່ມ​ເຕີມ​ຢູ່ ລັດ Georgia - ảnh 1ປະຊາຊົນ ອາເມລິກາ ນັບພັນຄົນເຕົ້າໂຮມກັນ ກ່ອນທີ່ລັດຖະສະພາ  ຢັ້ງຢືນຜູ້ຮັບໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີ (ພາບ: AP/John Minchillo)

 ຕອນຄ່ຳວັນທີ 6 ມັງກອນ ຕາມເວລາ ອາເມລິກາ (ກົງກັບຕອນເຊົ້າວັນທີ 7 ມັງກອນຕາມເວລາ ຫວຽດນາມ), ສະພາຕ່ຳ ແລະ ສະພາສູງ ອາເມລິກາ ໄດ້ໂຮມປະຊຸມຄືນໃໝ່ ເພື່ອຢັ້ງຢືນໄຊຊະນະຂອງທ່ານ Joe Biden ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອເດືອນ ພະຈິກປີ 2020, ພາຍຫຼັງເຫດການດັ່ງກ່າວຖືກຕັດຕອນ ຍ້ອນເກີດການແຫ່ຂະບວນປະທ້ວງ.

        ໃນວັນດຽວກັນ, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ ພັກປະຊາທິປະໄຕ ຍາດໄດ້ສິດຄວບຄຸມຢູ່ສະພາສູງ ພາຍຫຼັງຍາດໄດ້ໄຊຊະນະໃນການເລືອກຕັ້ງ 2 ຄັ້ງ ທີ່ຈັດເພີ່ມເຕີມຢູ່ລັດ Georgia, ໄດ້ຊ່ວຍໃຫ້ພັກນີ້ ຄວບຄຸມລັດຖະບານຂອງທ່ານ Joe Biden ໄດ້ຢ່າງມີປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ