ການ​ເລືອກ​ຕັ້ງປະທານາທິບໍດີ​ ຢູ່​ອາ​ເມ​ລິ​ກາ ປີ 2012

ການ​ເລືອກ​ຕັ້ງປະທານາທິບໍດີ​ ຢູ່​ອາ​ເມ​ລິ​ກາ ປີ 2012 - ảnh 1

ການ​ໂຕ້​ວາທີ​ຄັ້ງທີ 2

(ພາບ:baodongnai.com.vn)

(TTXVN)- ຕອນ​ຄ່ຳ​ວັນ​ທີ 22/10 ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ລັດ Florida ປະ​ເທດ​ອາ​ເມ​ລິ​ກາ, ​ໄດ້​ດຳ​ເນີນ​ການ​ໂຕ້​ວາທີ​ໂດຍ​ກົງ​ຄັ້ງສຸດ​ທ້າຍ​ລະຫວ່າງຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງສອງ​ທ່ານຄື​ປະທານາທິບໍດີ​ອາ​ເມ​ລິ​ກາ ​ຄົນ​ປະຈຸ​ບັນ B.Obama ​ແລະ ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງສັງກັດພັກສາ​ທາ​ລະນະ​ລັດ Mitt Romney. ຫົວ​ເລື່ອງ​ຂອງ​ການ​ໂຕ້​ວາທີ​ສຸມ​ໃສ່​ນະ​ໂຍບາຍ​ການ​ຕ່າງປະ​ເທດ,​ໃນ​ນັ້ນມີ​ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ບັນຫາ​ຕ້ານ​ກໍ່​ການ​ຮ້າຍ. ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ການ​ໂຕ້​ວາທີ​ໂດຍ​ກົງ​ຄັ້ງທີ 3 ນີ້​ຖືກ​ຄາດ​ຄະ​ເນ​ວ່າ​ແມ່ນ​ການ​ຊ່ວງ​ເສັງ​ທີ່​ຂ້ຽວຂາດ​ທີ່​ສຸດ​ລະຫວ່າງຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງສອງ​ທ່ານ ​ເພື່ອ​ຍາດ​ເອ​ົາການ​ສະໜັບສະໜູນ​ສຸດ​ທ້າຍ​ຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນກ​້າວ​ເຂົ້າສູ່ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 6/11 ທີ່​ຈະ​ມາ​ເຖິງ. ຄາດ​ວ່າ, ການ​ໂຕ້​ວາທີ​ຈະ​ດຶງ​ດູດ​ຜູ້​ຊົມທາງ​ໂທລະພາບ​ໃນ​ທົ່ວ​ປະ​ເທດ​ປະມານ 10 ລ້ານ​ເທື່ອ​ຄົນ. ການ​ຢັ່ງ​ຫາງ​ສຽງ​ຂອງ​ສະ​ຖາ​ບັນ Gallup ປະກາດ​​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ມີ​ປະຊາຊົນ​ອາ​ເມ​ລິ​ກາ​ ຫຼາຍ​ຄົນ​ເຊື່ອໝັ້ນວ່າ ທ່ານ B.Obama ຈະ​ສືບຕໍ່ອາຍຸ​ການ​ທີ 2 ​ແມ່ນດີ​ກ່ວາ​ອີກ. ອັດຕາ​ສ່ວນ​ຜູ້​ສະໜັບສະໜູນ​ທ່ານ B.Obama ພາຍຫຼັງ​ການ​ໂຕ້​ວາທີ​ໂດຍ​ກົງ​ຄັ້ງທີ 2 ​ແມ່ນ 51% ​ໃນ​ຂະນະ​ທີ່​ອັດຕາ​ສ່ວນ​ຜູ້ສະໜັບສະໜູນ​ທ່ານ Mitt Romney ມີພຽງ​ແຕ່​ 38% ​ເທົ່າ​ນັ້ນ.

 

 

ຂ່າວ/ບົດ​ອື່ນ