ການເລືອກຕັ້ງປະທານາທິບໍດີ ຢູ່ເວນຊູເອລາ
ທ່ານ Hugor Chavez ແລະ ທ່ານ Enrique Capriles
(ພາບ:baotintuc.vn)
(VOV)- ວັນທີ 6/10, ຜູ້ມີສິດເລືອກຕັ້ງເວເນຊູເອລາ 19 ລ້ານຄົນໄດ້ໄປປ່ອນບັດເພື່ອເລືອກຕັ້ງປະທານາທິບໍດີຄົນໃໝ່ໃນອາຍຸການ 6 ປີທີ່ຈະມາເຖິງ. ເຖິງວ່າ ເຂົ້າຮ່ວມການອອກຫາສຽງເລືອກຕັ້ງມີຜູ້ອອກສະໝັກຮັບເລືອກຕັ້ງເຖິງ 7 ທ່ານກໍ່ຕາມ ແຕ່ຄວາມຈິງແລ້ວ, ນີ້ພຽງແຕ່ແມ່ນການຊ່ວງເສັງລະຫວ່າງທ່ານ Hugor Chavez ປະທານາທິບໍດີຄົນປະຈຸບັນ ແລະ ຜູ້ອອກສະໝັກຮັບເລືອກຕັ້ງຝ່າຍຄ້ານ, ທ່ານ Enrique Capriles ເທົ່ານັ້ນ. ໃນບັ້ນຫາສຽງເລືອກຕັ້ງຂອງຕົນ, ທ່ານ Hugor Chavez ຢືນຢັນວ່າ: ຖ້າໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄືນໃໝ່ໃນອາຍຸການທີ່ຈະມາເຖິງ, ທ່ານຈະສືບຕໍ່ເພີ່ມທະວີການລົງທຶນໃຫ້ບັນດາໂຄງການສັງຄົມ ແລະ ໝັ້ນໝາຍວ່າ, ໃນ 6 ປີທີ່ຈະມາເຖິງ, ອັດຕາສ່ວນຄົນທຸກຍາກຢູ່ປະເທດອາເມລິກາລາຕິນນີ້ຈະຫລຸດລົງໃນລະດັບ 0%. ໃນຂະນະນັ້ນ, ຜູ້ອອກສະໝັກຮັບເລືອກຕັ້ງ Enrique Capriles ຈະໃຫ້ບຸລິມະສິດແກ່ພັດທະນາຟ່າງດຸນດ່ຽງລະຫວ່າງບັນດາວິສາຫະກິດເສລີ ແລະ ບັນດາໂຄງການສະຫວັດດີການສັງຄົມ.