ການເລືອກຕັ້ງປະທານາທິບໍດີອາເມລິກາ

ການເລືອກຕັ້ງປະທານາທິບໍດີອາເມລິກາ - ảnh 1
ການ​ໂຕ້​ວາທີ​ໂດຍ​ກົງ​
(ພາບ: Reuters)


(vovworld) -     ຕອນ​ເຊົ້າ​ວັນ​ທີ 23/10 (ຕາມ​ເວລາ​ຫວຽດນາມ), ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ສັງກັດ​ພັກ​ປະຊາທິປະ​ໄຕ ​ແລະ ພັກສາ​ທາ​ລະນະ, ຄືປະທານາທິບໍດີ​ຄົນ​ປະຈຸ​ບັນ ທ່ານ Barack Obama ​ແລະ ຄູ່​ແຂ່ງທ່ານ Mitt Romney ​ໄດ້​ດຳ​ເນີນ​ການ​ໂຕ້​ວາທີ​ໂດຍ​ກົງ​ຄັ້ງ​ທີ 3 ​ແລະ ກໍ​ແມ່ນ​ຄັ້ງ​ສຸດ​ທ້າຍ​ຂອງ​ການ​ໂຕ້​ວາທີ ​ເພື່ອ​ເຂົ້າສູ່​ການ​ແຂ່ງ​ຂັນ​ສຸດ​ທ້າຍ​​ກາຍ​ເປັນປະທານາທິບໍດີ​ຄົນທີ 45 ຂອງ​ທຳນຽບຂາວ. ການ​ໂຕ້​ວ່າ​ທີ​ໂດຍ​ກົງ​ຄັ້ງ​ທີ 3 ດຳ​ເນີນ​ໄປ​​ໃນ​ເວລາ 90 ນາທີ ຢູ່​ມະຫາວິທະຍາ​​ໄລ Lynn, ລັດ Florida. ​ເນື້ອ​ໃນ​ຂອງ​ການ​ໂຕ້​ວາ​ທີ​ຄັ້ງສຸດ​ທ້າ​ຍນີ້ ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ຕ່າງປະ​ເທດ ​ແລະ ຄວາມສະຫງົບ​ປອດ​ໄພ.

        ໝາກຜົນ​ຂອງ​ການ​ຢັງ​ຫາງ​ສຽງ​ຂອງ​ຊ່ອງ​ໂທລະພາບ CNN ພາຍຫຼັງ​ການ​ໂຕ້​ວາທີ​ໃຫ້​ຮູ້​ວ່າ ມີ 48% ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຖື​ວ່າ ທ່ານ​ປະທານາທິບໍດີ Obama ຍາດ​ໄດ້​ຄະ​ແນນ​ໃນ​ການ​ແຂ່ງ​ຂັ້ນ​ນີ້ ​ເມື່ອ​ທຽບ​ກັບ 40% ​ເຫັນ​ດີ​ທີ່​ສະຫງວນ​ໃຫ້​ແກ່​ທ່ານ Mitt Romney ອາຍຸ 65 ປີ. ສະ​ນັ້ນ, ​ເຖິງ​ວ່າ​ຖືກ​ປະລາ​ໄຊ​ໃນ​ຄັ້ງ​ທຳ​ອິດ, ​ແຕ່ທ່ານ Obama ​ໄດ້​ມີບາດ​ກ້າວ​ກະ​ໂດດ​ຂັ້ນ, ຍາດ​ໄດ້​ໄຊຊະນະ​ສຸດ​ທ້າຍ​ແມ່ນ 2 – 1 ​ໃນ​ການ​ໂຕ້​ວາ​ທີ​ໂດຍ​ກົງ 3 ຄັ້ງລະຫວ່າງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ.

ຂ່າວ/ບົດ​ອື່ນ