ການເລືອກຕັ້ງປະທານາທິບໍດີອາເມລິກາປີ 2012

ການເລືອກຕັ້ງປະທານາທິບໍດີອາເມລິກາປີ 2012 - ảnh 1
ປະທານາທິບໍດີ​ ​Barack Obama
(ພາບປະກອບ)

(vovworld) - ຍັງ​ມີ 6 ວັນ​ອີກ ກໍ່​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່​ອາ​ເມ​ລິ​ກາ, ຕາມຜົນ​ຈາກ​ການ​ຢັ່ງ​ຫາງ​ສຽງ​​ແລ້ວ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທັງ​ສອງ​ຂອງ​ພັກ​ປະຊາທິປະ​ໄຕ ​ແລະ ພັກສາທາລະນະ​ແມ່ນ​ເທົ່າ​ທຽມ​ກັນ. ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ​ ຢູ່​ວໍ​ຊິງ​ຕັນ ​ໄດ້​ຄັດ​ສະ​ເໜີ​ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງ​ທີ່​ປະກາດ​ເມືອ​ວັນ​ທີ 31/10 ຂອງ Reuters/Ipsos ​ໂດຍ​ໃຫ້​ຮູ້​ວ່າ, ທ່ານ Mitt Romney, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກສາ​ທາ​ລະນະ​​ມີ​ທ່າ​ໄດ້​ປຽບ​ກວ່າ​ຄູ່​ແຂງ​ຂອງ​ຕົນ​ແມ່ນ​ທ່ານ​ປະທານາທິບໍດີ​ ​Barack Obama ຂອງ​ພັກ​ປະຊາທິປະ​ໄຕ ດ້ວຍ​ອັດຕາ ​47% - 46%. ​ແຕ່​ຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ເມື່ອ​ວັນ​ທີ 31/10 ຂອງ  Quinnipiac University/New York Times/CBS New ພັດ​ໃຫ້​ເຫັນ​ວ່າ, ປະທານາທິບໍດີ Barack Obama ລື່ນ​ກາຍ​ຄູ່​ແຂງ​ຂອງ​ຕົນ​ຢູ່ 3 ລັດ ທີ່​ສຳຄັນ​ກວ່າ​ໝູ່​ໃນ​ການ​ເລືອກ​ຕັ້ງ​ປີ 2012 ນັ້ນ​ແມ່ນ​ລັດ Ohio, Florida ​ແລະ Virginia ດ້ວຍ​ອັດຕາ​ຜິດ​ໂຕນ​ກັນ​ຕາມ​ລຳດັບ​ແມ່ນ 5%, 1% ​ແລະ 2%. ປະຈຸ​ບັນ, ທັງ​ສອງ​ທ່ານ​ໄດ້​ກັບ​ຄືນ​ສູ່​ການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ ພາຍຫຼັງ​ຢຸດຕິ 3 ມື້​ຍ້ອນ​ພະຍຸ Sandy.

ຂ່າວ/ບົດ​ອື່ນ