ການ​ເລືອກ​ຕັ້ງຢູ່ ອາ​ເມ​ລິ​ກາ: ບັນ​ດາ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ​ກະ​ກຽມ​ແກ່​ການ​ໂຕ້​ວາ​ທີ​ຄັ້ງ​ທຳ​ອິດ

(VOVWORLD) - ການໂຕ້ວາທີຄັ້ງທຳອິດລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຂອງພັກສາທາລະນະ ແລະ ທ່ານ Joe Biden ຂອງພັກປະຊາທິປະໄຕ ຈະຖືກຈັດຂຶ້ນໃນວັນທີ 29 ກັນຍາ ຢູ່ລັດ Ohio ເຊິ່ງຈະດຳເນີນໃນເວລາ 90 ນາທີ. 
ການ​ເລືອກ​ຕັ້ງຢູ່ ອາ​ເມ​ລິ​ກາ: ບັນ​ດາ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ​ກະ​ກຽມ​ແກ່​ການ​ໂຕ້​ວາ​ທີ​ຄັ້ງ​ທຳ​ອິດ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ Joe Biden (ຕາມລຳດັບ) (ພາບ: AP)

ການໂຕ້ວາທີຄັ້ງທຳອິດລະຫວ່າງ ຜູ້ອອກສະໝັກເລືອກຕັ້ງ 2 ທ່ານຄື: ທ່ານປະທານາທິບໍດີ ອາເມລິກາ Donald Trump ຂອງພັກສາທາລະນະ ແລະ ທ່ານ Joe Biden ຂອງພັກປະຊາທິປະໄຕ ຈະຖືກຈັດຂຶ້ນໃນວັນທີ 29 ກັນຍາ ຢູ່ລັດ Ohio ເຊິ່ງຈະດຳເນີນໃນເວລາ 90 ນາທີ. ຜູ້ອອກສະໝັກເລືອກຕັ້ງທັງສອງທ່ານ ລ້ວນແຕ່ມີການກະກຽມສ່ວນໃດສ່ວນໜຶ່ງ ເພື່ອມີການສະແດງທີ່ເປັນໜ້າຈັບໃຈທີ່ສຸດໃນສາຍຕາຂອງຜູ້ມີສິດເລືອກຕັ້ງ ອາເມລິກາ. ກ່ອນວັນດຳເນີນການເລືອກຕັ້ງທົ່ວປະເທດໃນວັນທີ 3 ພະຈິກ ຈະມາເຖິງ, ຜູ້ອອກສະໝັກເລືອກຕັ້ງເປັນປະທານາທິບໍດີທັງສອງທ່ານ ຈະມີການໂຕ້ວາທີໂດຍກົງເປັນ 3 ຄັ້ງ ເພື່ອສະແດງທັດສະນະ, ນະໂຍບາຍຂອງຕົນ ກ່ຽວກັບບັນດາບັນຫາໃຫຍ່ຂອງປະເທດຊາດ. ນີ້ກໍແມ່ນໂອກາດເພື່ອໃຫ້ຜູ້ມີສິດເລືອກຕັ້ງ ອາເມລິກາ ປຽບທຽບບັນດາຈຸດດີ, ຈຸດອ່ອນຂອງແຕ່ລະຜູ້ອອກສະໝັກເລືອກຕັ້ງ ແລະ ຍົກອອກການຕັດສິນໃຈສຸດທ້າຍຂອງຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ