ການເລືອກຕັ້ງຢູ່ອາເມລິກາ2016:ທ່ານນາງH.Clintonຍາດໄດ້ໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນຢູ່Carolinaໃຕ້

ການເລືອກຕັ້ງຢູ່ອາເມລິກາ2016:ທ່ານນາງH.Clintonຍາດໄດ້ໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນຢູ່Carolinaໃຕ້ - ảnh 1
ທ່ານ​ນາງ​ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ
 ອາ​ເມ​ລິ​ກາ Hillary Clinton
(ພາບ: AFP)

(vovworld) –  ວັນ​ທີ 27/2, ທ່ານ​ນາງ​ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອ​ກຕັ້ງ​ຂັ້ນ​ຕົ້ນຊຶ່ງ​ດຳ​ເນີນ​​ໄປ​ໃນ​ວັນ​ດຽວ​ກັບ​ຢູ່​ລັດ Carolina​ ​ໃຕ້ ​ເພື່ອ​ແນ​ໃສ່​ຊ່ວງ​​ເສັງ​ຍາດ​ສິດ​ຕາງໜ້າ​ໃຫ້​ພັກ​ປະຊາທິປະ​​ໄຕ​ໃນ​ການ​ເລ​ືອກຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ ​ຈະ​ຈັດ​ຕັ້ງ​ໃນ​ເດືອນ 11/2016. ຄາດ​ວ່າ, ຜົນ​ຂອງ​ການ​ນັບບັດ​ສຸດ​ທ້າຍ​ຈະ​​ໄດ້​ຮັບ​ການ​ປະກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 28/2 (ຕາມ​ເວລາ​ທ້ອງ​ຖິ່ນ). ​ເປັນ​ອັນວ່າ, ມາຮອດ​ຈຸດ​ເວລາ​ນີ້, ທ່ານ​ນາງ Hillary Clinton ຍາດ​ໄດ້​ໄຊຊະນະ 3 ​ຄັ້ງໃນ​ຈຳນວນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ 4 ຄັ້ງຂອງ​ພັກ​ປະຊາທິປະ​ໄຕ. ນີ້​ແມ່ນ​ບາດກ້າວ​ສຳຄັນ​ກ່ອນ​ທີ່​ທ່ານ​ນາງ Hillary ກ້າວ​ເຂົ້າ​ສູ່​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 1/3 ຈະ​ມາ​ເຖິງ - ​ເຊິ່ງ​ແມ່ນ​ຈຸດ​ເວລາ 12 ລັດ ​ແລະ ​ເຂດ​ແຄ້ວ​ນ Samoa ຂອງ ອາ​ເມ​ລິ​ກາ ດຳ​ເນີນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ເພື່ອ​ເລື​ອກ​ເຟັ້ນຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ.


ຂ່າວ/ບົດ​ອື່ນ