ການເສັງ ແລະ ງານວາງສະແດງພາບແຕ້ມກຣາຟິກບັນດາປະເທດ ອາຊຽນ ຄັ້ງທີ 3 - ຫວຽດນາມ 2020

(VOVWORLD) - ຕອນບ່າຍວັນທີ 06 ພະຈິກ, ທີ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳບັນດາປະເທດ ອາຊຽນ, ສະຖານທູດບັນດາປະເທດ ອາຊຽນ ປະຈຳ ຫວຽດນາມ ຈັດຕັ້ງ ການເສັງ ແລະ ງານວາງສະແດງພາບແຕ້ມກຣາຟິກບັນດາປະເທດ ອາຊຽນ ຄັ້ງທີ 3 - ຫວຽດນາມ 2020. 
ການເສັງ ແລະ ງານວາງສະແດງພາບແຕ້ມກຣາຟິກບັນດາປະເທດ ອາຊຽນ ຄັ້ງທີ 3 - ຫວຽດນາມ 2020 - ảnh 1 ງານວາງສະແດງພາບແຕ້ມກຣາຟິກບັນດາປະເທດ ອາຊຽນ

  ການເສັງ ແລະ ງານວາງສະແດງແມ່ນການເຄື່ອນໄຫວສິລະປະ ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ລັກສະນະສາມັກຄີໃນກຸ່ມ ອາຊຽນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຈິດຕະກອນ ຫວຽດນາມ ແລະ ຈິດຕະກອນບັນດາປະເທດ ອາຊຽນ ໄດ້ພົວພັນແລກປ່ຽນ, ແນະນຳບັນດາຜົນງານໃໝ່ໃນການປະດິດສິລະປະ, ກຣາຟິກຢູ່ພາກພື້ນ. ດ້ວຍຈຳນວນພາບແຕ້ມກຣາຟິກ 345 ແຜ່ນ ຂອງຈິດຕະກອນ 182 ຄົນທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ ຈົດທະບຽນເຂົ້າຮ່ວມ. ສະພາສິລະປະລວມມີນັກວິຊາການດ້ານສິລະປະ, ກຣາຟິກຂອງ ຫວຽດນາມ, ໄທ, ຍີ່ປຸ່ນ ໄດ້ເລືອກເອົາພາບແຕ້ມກຣາຟິກ 117 ແຜ່ນຂອງຈິດຕະກອນ 84 ຄົນ ເພື່ອວາງສະແດງ, ແນະນຳຢູ່ງານວາງສະແດງດັ່ງກ່າວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ