ການ​ໂອ້​ລົມ​ສົນ​ທະ​ນາ​ວ່າ​ດ້ວຍທະ​ເລ​ຄັ້ງ​ທີ 10: ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ, ຮ່ວມ​ມື​ສາ​ກົນ ໃນ​ການ​ຂຸດ​ຄົ້ນ​ພະ​ລັງ​ງານ​ທົດ​ແທນຢູ່ນອກ​ຊາຍ​ທະ​ເລ

(VOVWORLD) -ການໂອ້ລົມສົນທະນາວ່າດ້ວຍທະເລຄັ້ງທີ 10 ດ້ວຍຫົວຂໍ້: ພະລັງງານທົດແທນຢູ່ນອກຊາຍທະເລ: ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ການຫັນປ່ຽນສີຂຽວ” ໄດ້ດຶງດູດການເຂົ້າຮ່ວມແບບເຊິ່ງໜ້າຂອງຜູ້ແທນ ເກືອບ 100 ທ່ານ ແລະ ແບບທາງໄກຂອງ ຜູ້ແທນກ່ວາ 100 ທ່ານ.
ການ​ໂອ້​ລົມ​ສົນ​ທະ​ນາ​ວ່າ​ດ້ວຍທະ​ເລ​ຄັ້ງ​ທີ 10: ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ, ຮ່ວມ​ມື​ສາ​ກົນ ໃນ​ການ​ຂຸດ​ຄົ້ນ​ພະ​ລັງ​ງານ​ທົດ​ແທນຢູ່ນອກ​ຊາຍ​ທະ​ເລ - ảnh 1ບັນດາຜູ້ແທນແລກປ່ຽນຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: baoquocte.vn)

ຫວຽດນາມ ແລະ ບັນດາປະເທດແຄມທະເລ ໃນພາກພື້ນມີກາລະໂອກາດ ແລະ ສິ່ງທ້ທາຍຫຼາຍຢ່າງເພື່ອພັດທະນາພະລັງງານທົດແທນຢູ່ນອກຊາຍທະເລ. ເພາະສະນັ້ນ, ບັນດາປະເທດຕ້ອງມີການໂອ້ລົມສົນທະນາ, ແບ່ງປັນບົດຮຽນປະສົບການ, ຮ່ວມມືເພື່ອຂຸດຄົ້ນພະລັງງານໃໝ່ນີ້ຢ່າງມີປະສິດທິຜົນ. ນີ້ແມ່ນເນື້ອໃນຫຼັກຂອງການໂອ້ລົມສົນທະນາວ່າດ້ວຍທະເລຄັ້ງທີ 10 ໂດຍສະຖາບັນການຕ່າງປະເທດ ຈັດຂຶ້ນໃນວັນທີ 23 ມີນາ ຢູ່ນະຄອນ ຍາຈາງ, ແຂວງແຄ໊ງຮ່ວາ.

ການໂອ້ລົມສົນທະນາວ່າດ້ວຍທະເລຄັ້ງທີ 10 ດ້ວຍຫົວຂໍ້: ພະລັງງານທົດແທນຢູ່ນອກຊາຍທະເລ: ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ການຫັນປ່ຽນສີຂຽວ” ໄດ້ດຶງດູດການເຂົ້າຮ່ວມແບບເຊິ່ງໜ້າຂອງຜູ້ແທນ ເກືອບ 100 ທ່ານ ແລະ ແບບທາງໄກຂອງ ຜູ້ແທນກ່ວາ 100 ທ່ານ. ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນ ໃນການຂຸດຄົ້ນພະລັງງານທົດແທນຢູ່ນອກຊາຍທະເລ ທ່ານ ປ.ອ ຫງວຽນຮຸ່ງເຊີນ, ຮອງຜູ້ອຳນວຍການສະຖາບັນການຕ່າງປະເທດ ໃຫ້ຮູ້ວ່າ:

ບັນດາຜູ້ແທນປຶກສາຫາລືກ່ຽວກັບບົດບາດຂອງກົດໝາຍສາກົນໃນການຮັບປະກັນຄວາມໝັ້ນຄົງທີ່ຈຳເປັນໃນລະບົບພື້ນຖານໂຄງລ່າງ, ຮັບໃຊ້ຕາໜ່າງໄຟຟ້າທົດແທນ ທີ່ຈະໄດ້ຮັບການກໍ່ສ້າງໃນອະນາຄົດ. ນີ້ແມ່ນຂົງເຂດໃໝ່, ເຕັກໂນໂລຢີປ່ຽນແປງໄວທີ່ສຸດ, ເພາະສະນັ້ນ ຕ້ອງໂອ້ລົມສົນທະນາ, ເພື່ອມີຄວາມເຂົ້າໃຈເຊິ່ງກັນແລະກັນ. ບັນດາປະເທດທີ່ໄປກ່ອນໄດ້  ມີບົດຮຽນປະສົບການແລ້ວ ຄວນແບ່ງປັນກັບບັນດາປະເທດຍັງທີ່ໄປຕາມຫຼັງ. ການຮ່ວມມືສາກົນມີຄວາມສຳຄັນທີ່ສຸດ, ບົນຈິດໃຈເພື່ອຜົນປະໂຫຍດລວມຂອງປະຊາຄົມ, ຂຸດຄົ້ນເຕັກໂນໂລຢີໃໝ່ເພື່ອຮັບໃຊ້ມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ