ການໂອ້ລົມສົນທະນາອາຊຽນພາຍຫຼັງຄຳຕັດສິນຂອງສານອະນຸຍາໂຕຕຸລາການສຳລັບບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ

ການໂອ້ລົມສົນທະນາອາຊຽນພາຍຫຼັງຄຳຕັດສິນຂອງສານອະນຸຍາໂຕຕຸລາການສຳລັບບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ - ảnh 1
ການ​ໂອ້​ລົມ​ສົນທະນາ ອາ​ຊຽນ ຄັ້ງ​ທີ 36 ດ້ວຍ​ຫົວ​ຂໍ້​ວ່າ “ພາຍຫຼັງ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​​ໂຕ​ຕຸລາການ​ກ່ຽວ​ກັບ​ການ​ຂັດ​ແຍ້​ງກັນ​ ຢູ່​ທະ​ເລ​ຕາ​ເວັນ​ອອກ”
(ພາບ: Đỗ Quyên/Vietnam+)

(vovworld) – ວັນ​ທີ 26/7, ຢູ່​ນະຄອນຫຼວງ ຈາ​ກາກ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ, ສູນ Habibie ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ ອາ​ຊຽນ ຄັ້ງ​ທີ 36 ດ້ວຍ​ຫົວ​ຂໍ້​ວ່າ “ພາຍຫຼັງ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​​ໂຕ​ຕຸລາການ​ກ່ຽວ​ກັບ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ນີ້​ແມ່ນ​ການ​ໂອ້​ລົ​ມສົນທະນາ​ຄັ້ງທຳ​ອິດ​ລະຫວ່າງ​ບັນດາ​ນັກຮຽນ​ຮູ້, ມາ​ຈາກ​ບັນດາ​ສູນ, ບັນດາ​ສະຖານ​ບັນ​ຄົ້ນ​ຄ້ວາ​ໃຫຍ່​ຂອງ ອິນ​ໂດ​ເນ​ເຊ​ຍ ​ເປັນ​ຕົ້ນ​ກໍ່​ຄື​ກະຊວງ​ການ​ຕ່າງປະ​ເທດ ອິນ​​ໂດ​ເນ​ເຊຍ ​ເພື່ອ​ແນ​ໃສ່​ກຳນົດ​ບັນດາ​ຜົນ​ສະທ້ອນ​ຂອງ​ຄຳ​ຕັດສິນ​ສຳລັບ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ກຳນົດ​ບັນດາ​ສິ່ງ​ທ້າ​ທາຍ ​ແລະ ກາລະ​​ໂອກາດພາຍຫຼັງ​ຄຳ​ຕັດສິນ​ສຳລັບ​ເອກະພາບ ​ແລະ ບົດ​ບາດ​ໃຈ​ກາງຂອງ ອາ​ຊຽນ ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ຕີ​ລາຄາ​ບັນດາ​ປະຕິ​ກິ​ລິ​ຍາ, ການ​ກະທຳ​ຂອງ ອິນ​ໂດ​ເນ​ເຊຍ ​ແລະ ບັນດາ​ຝ່າຍ​ກ່ຽວຂ້ອງສາມາດ​ຜັນ​ຂະຫຍາຍ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ຄຳ​ຕັດສິນ​ຂອງ​ສານ​ເພື່ອ​ຮັກສາ​ສັນຕິພາບ ​ແລະ ສະຖຽນລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ສູງ​ສຸດ. ທ່ີ​ການ​​ໂອ້​ລົມ​ສົນທະນາ, ບັນດາ​ຜູ້​ແທນ​ໄດ້​ຫວນ​ຄືນ​ເຫດການ​ສານ​ອະນຸຍາ​​ໂຕ​ຕຸລາການ ຢູ່ ລາ​ໄຮ (ປະ​ເທດ ​ໂຮ​ນລັງ) ວັນ​ທີ 12/7 ​ໄດ້​ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ກໍ​ລະ​ນີ ຟີ​ລິບ​ປິນ ຟ້ອງ​ຮ້ອງ ຈີນ ກ່ຽວຂ້ອງ​ເຖິງ​ບັນດາ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມ​ຄຳ​ຕັດສິນ​ຂອງ​ສານ, ຈີນ ບໍ່​ມີ “ຖານະ​ປະຫວັດສາດ” ສຳລັບ​ບັນດາ​ເຂດ​ນ່ານທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບໍ່ມີ​ຫຼັກ​ຖານ​ນິຕິທຳ​ເພື່ອ​ຍົກ​ອອກ​ບັນດາ​ຄຳ​ຖະ​ແຫຼ​ງກ່ຽວ​ກັບ “ບັນດາ​ສິດ​ປະຫວັດສາດ” ສຳລັບ​ບັນດາ​​ແຫຼ່ງຊັບພະຍາກອນທຳ​ມະ​ຊາດ​ໃນ “​ເສັ້ນ 9 ຕອນ”. ທຸກໆ​ປະ​ເທດ​ໃນ​ພາກ​ພື້ນ​ລ້ວ​ນ​ແຕ່​ປາດ​ຖະໜາ​ຮັກສາ​ສະພາບ​ການ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ, ​ເສີມ​ຂະຫຍາຍ​ຜົນ​ສະທ້ອນ​ຂອງ​ແຕ່ລະ​ປະ​ເທດ, ​ເຖິງ​ວ່າ​ລະດັບ​ຄວາມ​ເພິ່ງ​ພໍ​ໃຈ​ສຳລັບ​ຄຳ​ຕັດສິນ​ແມ່ນ​ແຕກ​ຕ່າງ​ກັນ​ສຳລັບ​ບາງ​ປະ​ເທດກໍ່ຕາມ.

 


ຕອບກັບ

ຂ່າວ/ບົດ​ອື່ນ