ວັນທີ 20/1, ຢູ່ນະຄອນ Kano ທາງພາກເໜືອ Nigieria ໄດ້ເກີດເຫດວາງລະເບີດ ແລະ ບຸກໂຈມຕີຢ່າງລຽນຕິດ ເຮັດໃຫ້ຢ່າງໜ້ອຍສຸດມີ 8 ຄົນຖືກເສຍຊີວິດ. Kano ແມ່ນນະຄອນໃຫຍ່ແຫ່ງທີ່ 2 ຂອງ Nigieria ຖືກຕົກເຂົ້າສູ່ສະພາບການສັບສົນ. ອຳນາດການປົກຄອງລັດ ໄດ້ຈັດວາງຄຳສັ່ງສະພາວະສຸກເສີນ, ໃນຂະນະທີ່ຕຳຫຼວດຮຽກຮ້ອງທຸກຄົນຕ້ອງອຸ່ນອ່ຽນໃຈ. ເຖິງວ່າຍັງບໍ່ທັນກຳນົດໄດ້ຜູ້ກໍ່ກໍ່ໃຫ້ເກີດບັນດາການບຸກໂຈມຕີນີ້ກໍ່ຕາມ, ແຕ່ວ່າບັນດາການກະທຳກໍ່ຄວາມຮຸ້ນແຮງຄືດັ່ງກ່າວຢູ່ພາກເໜືອ Nigieria ເຄີຍແມ່ນກຸ່ມອິດສະລາມຫົວຮຸ້ນແຮງ Boko Haram ກໍ່ຂຶ້ນ.