ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ຢູ່ ຊູ​ດັງ

(VOVWORLD) -ລັດ Darfur ທາງທິດຕາເວັນຕົກ ໄດ້ຈັດວາງ ກົດໄອຍະການເສິກ ນັບແຕ່ວັນທີ 16 ມັງກອນ. ການຜັນແປຫຼ້າສຸດຢູ່ພາກພື້ນ Darfur ໄດ້ກໍ່ຄວາມວິຕົກກັງວົນເກີດ ຄວາມສ່ຽງມີການປະທະກັນຢ່າງນອງເລືອດຄືປີ 2003 ຄືນ ໂດຍເຮັດໃຫ້ມີຜູ້ເສຍຊີວິດ ກ່ວາ 300.000 ຄົນ.
ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ຢູ່ ຊູ​ດັງ - ảnh 1ກຳລັງຮັກສາສັນຕິພາບ ສປຊ ລາດຕະເວນຢູ່ເທດສະບານ Abyei, ປະເທດຊູດັງ (ພາບ: AFP/TTXVN)

ວັນທີ 17 ມັງກອນ, ສຳນັກຂ່າວສານທາງການ SUNA ຂອງ ຊູດັງໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 48 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 97 ຄົນ ໃນເຫດການບຸກໂຈມຕີ ໂດຍ ທະຫານລາດ ທີ່ປະກອບອາວຸດ ປະຕິບັດການ ຢູ່ El Geneina, ເມືອງເອກ ລັດ Darfur ທາງຕາເວັນຕົກ ຂອງປະເທດນີ້. ການໃຊ້ຄວາມຮຸນແຮງທີ່ນອງເລືອດນີ້ ໄດ້ເກີດຂຶ້ນແຕ່ວັນທີ 16 ມັງກອນ ແລະ ຍັງສືບຕໍ່ດຳເນີນຢູ່ນະຄອນ El Geneina ເຊິ່ງ ໄດ້ກໍ່ໃຫ້ເກີດຄວາມບາດເຈັບລົ້ມຕາຍຢ່າງຮ້າຍແຮງນີ້.

ລັດ Darfur ທາງທິດຕາເວັນຕົກ ໄດ້ຈັດວາງ ກົດໄອຍະການເສິກ ນັບແຕ່ວັນທີ 16 ມັງກອນ. ການຜັນແປຫຼ້າສຸດຢູ່ພາກພື້ນ Darfur ໄດ້ກໍ່ຄວາມວິຕົກກັງວົນເກີດ ຄວາມສ່ຽງມີການປະທະກັນຢ່າງນອງເລືອດຄືປີ 2003 ຄືນ ໂດຍເຮັດໃຫ້ມີຜູ້ເສຍຊີວິດ ກ່ວາ 300.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ