ກຳນົດຂອບເຂດການພົວພັນໃໝ່ລະຫວ່າງ ຫວຽດນາມ ແລະ ອາເມລິກາ

ກຳນົດຂອບເຂດການພົວພັນໃໝ່ລະຫວ່າງ ຫວຽດນາມ ແລະ ອາເມລິກາ  - ảnh 1
(ທ່ານ​​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກ໋ວກ​ເກື່ອງ)

(vovworld) - ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈ​ືອງ​ເຕີນ​ຊາງ ​ໃນ​ລະຫວ່າງ​ວັນ​ທີ 24 – 26/07 ຈະ​ມາ​ເຖິງ ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ​ເປີດ​ໄລຍະ​ໃໝ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກ໋ວກ​ເກື່ອງ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຈະ​ມາ​ເຖິງ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກ໋ວກ​ເກື່ອງ ​ແລ້ວ, ​ໃນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ, ນອກຈາກ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Barack Obama ​ແລ້ວ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຈະ​ມີ​ການ​ເຄື່ອນ​ໄຫວ​ເຮັດ​ວຽກ​ກັບ​ການ​ນຳ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ສູງ ​ແລະ ສະມາຊິກ​ສະພາ​ຕໍ່າ, ພົບ​ປະ​ກັບ​ວົງ​ການ​ການ​ເມືອງ... ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກ໋ວກ​ເກື່ອງ ​ໃຫ້​ຮູ້​ວ່າ.

        “ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີຜ່ານມາ ​ໄດ້​ຮັບ​ການ​ພັດທະນາ​ທຸກ​ດ້ານ. ການ​ນຳ​ອາ​ເມ​ລິ​ກາ ​ໄດ້​ກ່າວ​ປາ​ໄສ​ຫຼາຍ​ຄັ້ງ​​ໂດຍຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ພວມ​ພົ້ນ​ເດັ່ນທີ່​ສຳຄັນ​ໃນ​ພາກ​ພື້ນ. ກ່ຽວ​ກັບ​ແງ່​ຫວັງ, ຂ້າພະ​ເຈົ້າ​ຖື​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົມ​ຊ້ອນ​ຫຼາຍ​ຢ່າງ ​ແລະ ພວກ​ເຮົາ​ສາມາດ​ປະ​​ເອີບ​ຕໍ່ການ​ພົວພັນລະຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີ​ຕໍ່​ນ້າ. ຮອດ​ເວລາ​ແລ້ວ​ທີ່ 2 ປະ​ເທດ​ຄວນກຳນົດ​ຂອບ​ເຂ​ດຄູ່​ຮ່ວມ​ມື​ໃໝ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.”

ຂ່າວ/ບົດ​ອື່ນ