ກຳປັ່ນ Ever Given ຖືກຕິດຂ້າງຢູ່ຄອງເໝືອງ Suez ໄດ້ຮັບການກູ້ຊ່ວຍສຳເລັດ
(VOVWORLD) -ກຳປັ່ນ Ever Given ຖືກຕິດຂ້າງເຮັດໃຫ້ການເຄື່ອນໄຫວແລກປ່ຽນດ້ານການຄ້າໄປຜ່ານຄອງເໝືອງ Suez ເກືອບຄືວ່າຖືກຢຸດຕິໄວ້,
(ພາບ:IRNA/TTXVN) |
ກຳປັ່ນ Ever Given ໄດ້ຕິດຂ້າງຢູ່ຄອງເໝືອງ Suez ໃນ 6 ວັນຜ່ານມາ ໄດ້ຮັບການກູ້ຊ່ວຍສຳເລັດ ເມື່ອຕອນເຊົ້າວັນທີ 29 ມີນາ ແລະ ປະຈຸບັນກຳປັ່ນລຳດັງກ່າວພວມຈອດຢູ່ຝັ່ງທິດຕາເວັນອອກຂອງ ຄອງເໝືອງ Suez.
ຄວາມມານະພະຍາຍາມກູ້ຊ່ວຍສຳເລັດ ແຕ່ອົງການຄຸ້ມຄອງຄອງເໝືອງ Suez ບໍ່ທັນປະກາດຂ່າວ ກ່ຽວກັບໄລຍະເວລາເປີດຄອງເໝືອງຄືນໃໝ່ເທື່ອ.
ໃນຊຸມວັນທີ່ຜ່ານມາ, ອົງການຄຸ້ມຄອງຄອງເໝືອງ Suez ໄດ້ມີຄວາມມານະພະຍາຍາມກູ້ຊ່ວຍກຳປັ່ນທີ່ຖືກຕິດຂ້າງຢູ່ທີ່ນີ້ ຊື່ງໄດ້ກໍ່ໃຫ້ເກີດຄວາມອຸດຕັນທາງຄົມມະນາຄົມການເດີນເຮືອ ແລະ ກໍ່ຜົນເສຍຫາຍດ້ານລາຍຮັບໃນແຕ່ລະວັນແຕ່ 12 ຫາ 14 ລ້ານໂດລາສະຫະລັດ.