ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ ແລະ ໄທ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ ອາ​ຊຽນ

(VOVWORLD) -ວັນທີ 4 ພຶດສະພາ, ກະຊວງການຕ່າງປະເທດ ກຳປູເຈຍ, ອິນໂດເນເຊຍ ແລະ ໄທ ໄດ້ອອກຖະແຫຼງການຮ່ວມໂດຍໃຫ້ຮູ້ວ່າ 3 ປະເທດຈະຈັດຕັ້ງ 3 ກອງປະຊຸມຂັ້ນສູງສຳຄັນໃນປີນີ້.
ກຳ​ປູ​ເຈຍ, ອິນ​ໂດ​ເນ​ເຊຍ ແລະ ໄທ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ ອາ​ຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການປະສານງານ ອາຊຽນ  ACCC 1/2022 (ພາບ: TTXVN)

ຕາມນັ້ນແລ້ວ, ກອງປະຊຸມອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະດຳເນີນແຕ່ວັນທີ 11 – 13 ພຶດສະພາ; ອິນໂດເນເຊຍ ຈະຈັດຕັ້ງກອງປະຊຸມສຸດຍອດ ກຸ່ມບັນດາປະເທດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໃນລະຫວ່າງວັນທີ 15 – 16 ພະຈິກ ແລະ ໄທ ຈະຈັດຕັ້ງກອງປະຊຸມສຸດຍອດບັນດາພື້ນຖານເສດຖະກິດ APEC ໃນວັນທີ 18 – 19 ພະຈິກ.

        ຖະແຫຼງການຮ່ວມຊີ້ແຈ້ງວ່າ ອາຊຽນ, G20 ແລະ APEC ໄດ້ແບ່ງປັນຈຸດລວມ ເພື່ອແນໃສ່ນຳມາເຊິ່ງໂອກາດໜຶ່ງດຽວໃຫ້ແກ່ທຸກຝ່າຍທີ່ເຂົ້າຮ່ວມ ດ້ວຍເປົ້າໝາຍຊຸກຍູ້ໂຄງການດຳເນີນງານຮ່ວມຂອງທົ່ວໂລກ ແລະ ພາກພື້ນ ກໍຄືມານະພະຍາຍາມນຳເອົາສັນຕິພາບ, ວັດທະນາຖາວອນ, ການພັດທະນາແບບຍືນຍົງ ແລະ ກວມລວມມາໃຫ້ທຸກປະເທດ.

        ໃນຖະແຫຼງການຮ່ວມ, 3 ປະເທດສະມາຊິກ ອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາເຮັດວຽກກັບບັນດາຄູ່ຮ່ວມມື ແລະ ບັນດາຝ່າຍທີ່ກ່ຽວຂ້ອງເພື່ອຮັບປະກັນການຮ່ວມມື ແລະ ເພີ່ມທະວີບົດບາດເປັນໃຈກາງ, ມີອິດທິພົນຊື່ສຽງ ແລະ ຄວາມເໝາະສົມຂອງ ອາຊຽນ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ