ກຳປູເຈຍ ໄຂງານບຸນ Angkor Songkran ຕ້ອນຮັບບຸນປີໃໝ່ Chol Chnam Thmey

(VOVWORLD) - ງານບຸນ Angkor Songkran ເປັນການສະແດງໃຫ້ເຫັນຄວາມເປັນເອກະພາບ, ນ້ຳໃຈມິດຕະພາບ, ຄວາມສາມັກຄີຄືດັ່ງອ້າຍນ້ອງໃນຄອບຄົວດຽວ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຊົນ ກຳປູເຈຍ
ກຳປູເຈຍ ໄຂງານບຸນ Angkor Songkran ຕ້ອນຮັບບຸນປີໃໝ່ Chol Chnam Thmey - ảnh 1 ພາບປະກອບ

ວັນທີ 13 ເມສາ, ງານບຸນ Angkor Songkran ຕ້ອນຮັບບຸນປີໃໝ່ Chol Chnam Thmey ຂອງ ກຳປູເຈຍ ໄດ້ໄຂຂຶ້ນຢູ່ຄຸ້ມເມືອງເກົ່າ Siem Reap, ແຂວງ Siem Reap.

        ນີ້ແມ່ນຄັ້ງທີ 6 ສະຫະພັນຊາວໜຸ່ມ ກຳປູເຈຍ ຈັດຕັ້ງງານບຸນ Angkor Songkran. ທ່ານນາຍົກລັດຖະມົນຕີ Samdech Hunsen ໄດ້ເປັນປະທານງານບຸນ ໂດຍມີການເຂົ້າຮ່ວມຂອງສະມາຊິກລັດຖະບານ, ສະພາແຫ່ງຊາດ, ຜູ້ຕາງໜ້າບັນດາສະຖານທູດ, ອົງການຜູ້ຕາງໜ້າຕ່າງປະເທດປະຈຳ ກຳປູເຈຍ ເປັນຈຳນວນຫຼວງຫຼາຍ ພ້ອມກັບປະຊາຊົນ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ນັບພັນໆຄົນ.

        ກ່າວຄຳເຫັນໄຂງານບຸນ, ທ່ານນາຍົກລັດຖະມົນຕີ Hun sen ຢັ້ງຢືນວ່າ: ງານບຸນ Angkor Songkran ເປັນການສະແດງໃຫ້ເຫັນຄວາມເປັນເອກະພາບ, ນ້ຳໃຈມິດຕະພາບ, ຄວາມສາມັກຄີຄືດັ່ງອ້າຍນ້ອງໃນຄອບຄົວດຽວ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຊົນ ກຳປູເຈຍ ແຕ່ລະຄົນ; ປະຊາຊົນທຸກຄົນລ້ວນແຕ່ມີສິດສະເໝີພາບ ບໍ່ວ່າຜູ້ໃດກໍ່ມີສິດໄດ້ລະຫຼິ້ນ, ໄດ້ຮັບຄວາມຜາສຸກໃນໂອກາດບຸນປີໃໝ່ Chol Chnam Thmey ຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ