ການເຈລະຈາລັບລະຫວ່າງພັກ CPP ແລະ ພັກ CNRP ເມື່ອເດືອນ 6/2014
(ພາບ: Chí Hùng/TTXVN)
|
(vovworld) - ວັນທີ 9/3, ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ ແລະ ພັກກູ້ຊາດ ກຳປູເຈຍ (CNRP) ຝ່າຍຄ້ານໄດ້ປະກາດເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການເລືອກຕັ້ງ ແລະ ຮ່າງກົດໝາຍວ່າດ້ວຍການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC), ກ່ອນທີ່ເອກະສານ 2 ສະບັບນີ້ໄດ້ຍືນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ. ຮ່າງກົດໝາຍ 2 ສະບັບດັ່ງກ່າວໂດຍບັນດານັກຊ່ຽວຊານຂອງ CPP ແລະ CNRP ຮຽບຮຽງພາຍຫຼັງ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen ແລະ ທ່ານປະທານ CNRP Sam Rainsy ບັນລຸໄດ້ໃນຂໍ້ຕົກລົງເມື່ອເດືອນ 7/2014, ຕາມນັ້ນແລ້ວຢຸດຕິການຄັດຄ້ານສະພາແຫ່ງຊາດເປັນເວລາ 10 ເດືອນຂອງຝ່າຍຄ້ານ. ບັນດາຮ່າງກົດໝາຍດັ່ງກ່າວເພື່ອແນໃສ່ຮັບປະກັນໃຫ້ການເລືອກຕັ້ງຄັ້ງຕ່າງໆຖືກດຳເນີນໄປຢ່າງເສລີ ແລະ ຍຸຕິທຳ, ພ້ອມທັງສະກັດກັ້ນສະພາບການບໍ່ມີທາງອອກພາຍຫຼັງການເລືອກຕັ້ງໃນອະນາຄົດ.