ກຳປູເຈຍປະກາດໝາກຜົນການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ຢ່າງເປັນທາງການ
ກຳປູເຈຍ ປະກາດໝາກຜົນການເລືອກຕັ້ງສະພາແຫ່ງຊາດ
ຢ່າງເປັນທາງການ
ພາບ: internet
|
(vovworld)- ຕອນເຊົ້າວັນທີ 8/9, ຄະນະກຳມະການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ (NEC) ໄດ້ປະກາດໝາກຜົນການເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ຊຸດທີ 5 ຢ່າງເປັນທາງການ ຊື່ງດຳເນີນໄປໃນວັນທີ 28/7 ຜ່ານມາ. ຕາມນັ້ນແລ້ວ ໃນ 8 ພັກເຂົ້າຮ່ວມການເລືອກຕັ້ງ ມີພຽງແຕ່ພັກປະຊາຊົນ ກຳປູເຈຍ CPP ແລະ ພັກກູ້ຊາດ ກຳປູເຈຍ CNPP ມີທີ່ນ່ັງໃນສະພາແຫ່ງຊາດອາຍຸການນີ້. ລະອຽດຄື ພັກ CPP ຍາດໄດ້ 68 ທີ່ນັ່ງ ໃນຍອດຈຳນວນ 123 ທີ່ນັ່ງ, 55 ທີ່ນັ່ງຍັງເຫລືອແມ່ນຂຶ້ນກັບພັກ CNRP. ປະຈຸບັນ ພັກ CNRP ບໍ່ຍອມຮັບໝາກຜົນການເລືອກຕັ້ງ, ເຂົາເຈົ້າຖືວ່າ ພັກ CNRP ຍາດໄດ້ 63 ທີ່ນັ່ງ ແລະ ຮຽກຮ້ອງສ້າງຕັ້ງຄະນະກຳມະການປະສົມ ໂດຍມີການເຂົ້າຮ່ວມຂອງ ສປຊ ແລະ ຜູ້ຕາງຫນ້າບັນດາອົງການພົນລະເຮືອນສັງຄົມຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສືບສວນ.