ກຳມະການກົມການເມືອງ Le Hong Anh ຢ້ຽມຢາມ ສະຖາທູດ ຫວຽດນາມ ປະຈຳລາວ
ກຳມະການກົມການເມືອງ Le Hong Anh ຢ້ຽມຢາມ ສະຖາທູດ ຫວຽດນາມ ປະຈຳລາວ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ວັນທີ 19/7, ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ທ່ານ Le Hong Anh, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ມີການຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດຫວຽດນາມ ປະຈຳລາວ, ຜູ້ຕາງໜ້າວົງຄະນະຍາດຊາວຫວຽດນາມ ແລະ ວິສາຫະກິດຫວຽດນາມ ຢູ່ ລາວ. ໂດຍຕາງໜ້າການນຳພັກ, ລັດ, ທ່ານ Le Hong Anh ໄດ້ຍ້ອງຍໍສັນລະເສີນບັນດາຄວາມມານະພະຍາຍາມຂອງອົງການຕາງໜ້າຫວຽດນາມ ປະຈຳ ລາວ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສະເລັດຂອງການຢ້ຽມຢາມ ກໍຄືຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ເປັນປົກກະຕິ, ເຈື່ອຈານຢ່າງຮອບດ້ານເຂົ້າໃນສັງຄົມຂອງປະເທດລາວ. ພ້ອມທັງ, ຍ້ອງຍໍສັນລະເສີນບັນດາຜົນງານ, ຄວາມພະຍາຍາມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດຍາມໃດກໍອວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ແລະ ຫວັງວ່າ ຊາວຫວຽດນາມ ອາໄສຢູ່ລາວຈະຜ່ານຜ່າທຸກໆຄວາມຫຍຸ້ງຍາກ, ສືບຕໍ່ເຊື່ອມໂຍງກັບສັງຄົມລາວ, ປະຕິບັດກົດໝາຍຂອງປະເທດລາວ ຢ່າງເຂັ້ມງວດ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມທັງມີການເຄື່ອນໄຫວທີ່ແທດຈິງຕ່າງໆເພື່ອອ່ວາຍເມືອຫາບ້ານເກີດເມືອງນອນ.