ກຳມາທິການພົວພັນ ຕ່າງປະເທດສະພາສູງ ອາເມລິກາ “ອະນຸຍາດໃຫ້” ບຸກໂຈມຕີ ຊີຣີ

ກຳມາທິການພົວພັນ ຕ່າງປະເທດສະພາສູງ ອາເມລິກາ “ອະນຸຍາດໃຫ້” ບຸກໂຈມຕີ ຊີຣີ - ảnh 1
ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ສູງ ອາ​ເມ​ລິ​ກາ
(ພາບ: usnews
)

(vovworld) –  ວັນ​ທີ 4/9, ດ້ວຍ​ບັດສະໜັບສະໜູນ 10 ບັດ, ບັດ​ຄັດຄ້ານ 7 ບັດ ​ແລະ ບັດ​ຂາວ 1 ບັດ, ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ມະຕິ​ອະນຸຍາດ​ໃຫ້​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ນຳ​ໃຊ້​ກຳລັງ​ອາວຸດ​ຕ້ານ ຊີຣີ ດ້ວຍ​ສາຍ​ເຫດ​ທີ່​ວ່າ ລັດຖະບານ​ປະ​ເທດ​ນີ້ “ນຳ​ໃຊ້​ອາວຸດ​ເຄມີ​ຕ້ານ​ສາມັນ​ຊົນ”. ມະຕິ​ດັ່ງກ່າວ​ຈະ​ໄດ້​ສົ່ງ​ເຖິງ​ສະພາ​ສູງ ອາ​ເມ​ລິ​ກາ ​ໃນ​ອາທິດ​ໜ້າ​ເພື່ອ​ໃຫ້​ສັດຕະຍາບັນ. ຕາມ​ມະຕິ​ແລ້ວ, ທ່ານ​ປະທານາທິບໍດີ Obama ມີ​ສິດ​ອອກ​ຄຳ​ສັ່ງ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ແນ່​​ໃສ່​ບັນດາ​ຈຸດໝາຍ​ການ​ທະຫານ​ຂອງ ຊີຣີ ​ໃນ​ຮອບ​ເວລາ 60 ວັນ. ​ແລະ ມີ​ສິດຕໍ່​ກຳນົດ​ເວລາ​ອີກ 30 ວັນ​ດ້ວຍ​ບາງ​ເງ່ືອ​​ນ​ໄຂ. ມະຕິ​ບໍ່​ອະນຸຍາດ​ໃຫ້​ນຳ​ໃຊ້​ກຳລັງ​ທາງບົກ ​ແລະ ຊີ້​ແຈ້ງວ່າ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ນີ້​ພຽງ​ແຕ່​ແນ​ໃສ່​ຈຸດປະສົງ “ຕັກ​ເຕືອນ ​ແລະ ສະກັດ​ກັ້ນ​ບໍ່​ໃຫ້ ຊີຣີ ປະຕິບັດ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ຕື່ມ​ອື​ກ”.

        ​ເພື່ອ​ໂຕ້​ຕອບ​ການ​ກະທຳ​ດັ່ງກ່າວ​ຈາກ​ຝ່າຍ ອາ​ເມ​ລິ​ກາ, ວັນ​ທີ 4/9, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຊີຣີ Faisal Moqdad, ​ໄດ້​ຖະ​ແຫຼ​ງວ່າ: ຊີຣີ ມີ​ສິດປ້ອງ​ກັນ​ຕົວ​ ​ແລະ ຈະ​ໂຕ້​ຕອບ​ການ​ບຸກ​ໂຈມ​ຕີ​ທຸກ​ຄັ້ງ.

 

ຂ່າວ/ບົດ​ອື່ນ