ກຳລັງຮັກສາສັນຕິພາບຕ້ອງກຽມພ້ອມຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່

(VOVWORLD) -ໂຮງໝໍກາງສະໜາມລະດັບ 2 ເລກ 2 ຂອງຫວຽດນາມ ທີ່ຜັນຂະຫຍາຍຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ໄດ້ປິ່ນປົວຄົນເຈັບໄດ້ 1.000 ຄົນ, ໃນນັ້ນມີ 1 ຄົນຖືກສົງໄສວ່າຕິດເຊື້ອໂຄວິດ-19.

ກຳລັງຮັກສາສັນຕິພາບຕ້ອງກຽມພ້ອມຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ - ảnh 1ກອງປະຊຸມທາງອອນລາຍກັບພະນັກງານ, ນັກຮົບຮັກສາສັນຕິພາບຫວຽດນາມ

(ພາບ: TTXVN)

ໂລກລະບາດໂຄວິດ-19 ໄດ້ກາຍເປັນໂລກລະບາດແຜ່ລາມໄປທົ່ວໂລກ ດ້ວຍລະດັບອັນຕະລາຍສູງ, ເຖິງຢ່າງໃດກໍ່ຕາມ, ຢູ່ອາຟະລິກາ, ບັນດາພະນັກງານ, ນັກຮົບຮັກສາສັນຕິພາບຫວຽດນາມ ພວມມານະພະຍາຍາມປ້ອງກັນ, ສະກັດກັ້ນໂລກລະບາດທັງເວັນ ແລະ ຄືນ, ພ້ອມທັງຮັບປະກັນການປະຕິບັດໜ້າທີ່. ທ່ານພົນໂທ ຫງວຽນຈິ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ໃຫ້ຮູ້ວ່າ: ໂຮງໝໍກາງສະໜາມລະດັບ 2 ເລກ 2 ຂອງຫວຽດນາມ ທີ່ຜັນຂະຫຍາຍຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ ໄດ້ປິ່ນປົວຄົນເຈັບໄດ້ 1.000 ຄົນ, ໃນນັ້ນມີ 1 ຄົນຖືກສົງໄສວ່າຕິດເຊື້ອໂຄວິດ-19. ບັນດາຄົນເຈັບທັງໝົດເຫຼົ່ານັ້ນໄດ້ຮັບການປິ່ວປົນຫາຍດີເປັນປົກກະຕິ, ຖືກຕ້ອງຕາມຄຳຮຽກຮ້ອງຂອງສະຫະປະຊາຊາດ, ໂດຍສະເພາະແມ່ນຄົນເຈັບທີ່ຖືກສົງໄສຕິດເຊື້ອໂຄວິດ- 19. ສະຫະປະຊາຊາດຕີລາຄາສູງຕໍ່ບັນດາໝາກຜົນ ແລະ ມາດຕະການປ້ອງກັນ, ສະກັດກັ້ນໂຄວິດ-19 ຂອງໂຮງໝໍກາງສະໜາມດັ່ງກ່າວ, ກໍຄືໃຫ້ແກ່ກຳລັງຂອງຫວຽດນາມ ແລະ ສະຫະປະຊາຊາດຢູ່ Bentiu, ຊູດັງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ