ຂົນຂວາຍແຜ່ບໍລິຈາກຂອງຂວັນ1ລ້ານພູດເພື່ອມອບໃຫ້ບັນດາຄອບຄົວທຸກຍາກເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ

ຂົນຂວາຍແຜ່ບໍລິຈາກຂອງຂວັນ1ລ້ານພູດເພື່ອມອບໃຫ້ບັນດາຄອບຄົວທຸກຍາກເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 6/1 ຕາມ​ຂໍ້​ມູນ​ຂ່າວສານ​ຈາກ​ສູນ​ກາງ​ສະພາ​ກາ​ແດງ ຫວຽດນາມ ​​ໃຫ້​ຮູ້​ວ່າ: “ບຸນ​ປີ​ໃໝ່ປະຈຳ​ຊາດ​ປີວ​ອກ 2016 ​ເພື່ອ​ຄົນ​ທຸກ​ຍາກ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍຈາກທາດ​ພິດ​ສີ​ສົ້ມ” ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ຂົນຂວາຍການ​​ແຜ່​ບໍລິຈາກຂອງຂວັນ 1 ລ້ານ​ພູດ ​ເພື່ອ​ມອບ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ. ​ເພື່ອ​​ໃຫ້ຂະ​ບວນການ​ດັ່ງກ່າວ ​ໄດ້​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ທັງ​ຊ່ວຍຄົນ​ທຸກ​ຍາກ​ມີ​ເງື່ອນ​ໄຂ​ຕ້ອນຮັບ​ບຸນປີ​ໃໝ່​ປະ​ຈຳ​ຊາດຢ່າງ​ເບີກບານ​ມ່ວນ​ຊື່ນ, ສູນ​ກາງ​ສະພາ​ກາ​ແດງ ຫວຽດນາມສົມທົບ​ກັບ​ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ປະຕູ​ຖານຂໍ້​ມູນ​ມະນຸດສະທຳ​ແຫ່ງ​ຊາດ 1400 ປຸກລະດົມບັ້ນ​ສົ່ງ​ຂໍ້​ຄວາມຜ່ານ​ໂທລະສັບ​ມື​ຖື ​ເພື່ອສ້າງ​ກອງ​ທຶນສະໜັບສະໜູນ​ນັບ​ແຕ່​ວັນ​ທີ 26/11/2015 – 25/14/2016 ດ້ວຍສານທີ່​ວ່າ “​ແຕ່ລະ​​ຂໍ້ຄວາມ​ແມ່ນ​ຈິດ​ໃຈ​​ເພື່ອ​ກັບ​ຄົນ​ທຸກ​ຍາກ”

ຂ່າວ/ບົດ​ອື່ນ