ຂົວຣົງໄດ້ຮັບລາງວັນໃຫຍ່ຂອງໂລກກ່ຽວກັບເຕັກນິກ

ຂົວຣົງໄດ້ຮັບລາງວັນໃຫຍ່ຂອງໂລກກ່ຽວກັບເຕັກນິກ - ảnh 1ຂົວຣົ້ງດານັ້ງ   (ພາບ:baodanang)

(vovworld)-  ຂົວຣົງ, ຊຶ່ງ​ແມ່ນ​ກິດຈະກຳ​ທີ່​ມີ​ຊື່​ສຽງ​ຢູ່​ນະຄອນ​ດາ​ນັ້ງ ປະ​ເທດ​ຫວຽດນາມ ​ໄດ້​ຮັບ​ລາງວັນ​ໃຫຍ່ປີ 2014 ​ໂດຍສະພາ​ບັນດາ​ບໍລິສັດ​ເຕັກນິກອາເມລິກາມອບໃຫ້. ນີ້ແມ່ນລາງວັນໄດ້ຮັບຖືວ່າ ແມ່ນມີຄຸນຄ່າທີ່ສຸດ ຂອງຂະແໜງເຕັກນິກ​ໂລກ. ຂົວ​ຮົງ​ແມ່ນ​ໜຶ່ງ​ໃນ 8 ກິດຈະກຳ ​ແລະ ​ໂຄງການ​ທີ່​ດີ​ເດັ່ນກວ່າ​ໝູ່ ​ໄດ້​ຮັບ​ການ​ເຊີດ​ຊູ​ດ້ວຍ​ລາງວັນ​ໃຫຍ່​ຢູ່​ທີ່​ພິທີ​ມອບ​ລາງວັນ​ເຕັກນິກ​ດີ​ເດັ່ນ ຊຶ່ງ​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ເມື່ອ​ວັນ​ທີ 30/4 . ຕາງໜ້າ​ໃຫ້​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ດາ​ນັ້ງ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ວໍ້​ຢີ​ເຄືອງ ​ໃຫ້​ຮູ້​ວ່າ :

    “ ຂົວ​ຣົງ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​​ໃຈ​ຂອງ​ຊາວ ດາ​ນັ້ງ ​ແລະ ລາງວັນ​ນີ້​ໄດ້​ເຮັດ​ໃຫ້​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທະວີຄູນ​ຂຶ້ນ​ທົບ 2 ​ເທົ່າ. ດ້ວຍ​ລາງວັນ​ນີ້, ຂົວຣົງ ກໍ​ແມ່ນ​ທູດ​ແຫ່ງ​ສັນຕິພາບ ​ແລະ ​ເຈດ​ຕະນາ​ດີ, ​ເຊື່ອມ​ຕໍ່​ລະຫວ່າງ​ຫວຽດນາມ​ກັບ​ເພື່ອ​ມິດ​ທົ່ວ​ໂລກ. ນີ້​ແມ່ນ​ການ​ຢັ້ງຢືນ​ດ້ານ​ເຕັກນິກ, ​ໂຄງ​ສ້າງ ​ແລະ ການ​ອອກ​ແບບ​ຂອງ​ຂົວ, ສົມ​ກັບ​ລະດັບ​ເຕັກນິກ​ຂອງ​ໂລກ . ”

ຂ່າວ/ບົດ​ອື່ນ