ຂະບວນການບໍລິຈາກເລືອດ 2020 ໄດ້ຮັບເລືອດເກືອບ 10.000 ຖົງ

(VOVWORLD) -ຂະບວນການບໍລິຈາກເລືອດ 2020 ໄດ້ຈັດຕັ້ງຂຶ້ນຢູ່ 14 ແຂວງ, ນະຄອນໃນທົ່ວປະເທດ ແລະ ໄດ້ຮັບເລືອດເກືອບ 10.000 ຖົງ.

ຂະບວນການບໍລິຈາກເລືອດ 2020 ໄດ້ຮັບເລືອດເກືອບ 10.000 ຖົງ - ảnh 1 ການບໍລິຈາກເລືອດ

(ພາບ: TTXVN)

ຕາມຂໍ້ມູນຂ່າວຈາກສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ ແລ້ວ, ໄລ່ຮອດວັນທີ 05 ກໍລະກົດ, ຂະບວນການບໍລິຈາກເລືອດ 2020 ໄດ້ຈັດຕັ້ງຂຶ້ນຢູ່ 14 ແຂວງ, ນະຄອນໃນທົ່ວປະເທດ ແລະ ໄດ້ຮັບເລືອດເກືອບ 10.000 ຖົງ. ຂະບວນການບໍລິຈາກເລືອດຄັ້ງທີ 8 ປີ 2020 ໄດ້ເລີ່ມປະຕິບັດນັບແຕ່ວັນທີ 06 ມິຖຸນາ ຫາວັນທີ 2 ສິງຫາ ດ້ວຍສານທີ່ວ່າ “ເຊື່ອມຕໍ່ສາຍເລືອດຫວຽດ”.

        ປີ 2020 ແມ່ນປີຈັດຕັ້ງຂະບວນການບໍລິຈາກເລືອດ ມີຂອບຂະໜາດໃຫຍ່ທີ່ສຸດ, ດົນທີ່ສຸດ ແລະ ມີທ້ອງຖິ່ນເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ