ຂະບວນລົດໄຟ ອາຊຽນ - ສ.ເກົາຫຼີ: ການເດີນທາງໃໝ່ແຫ່ງນ້ຳໃຈມິດຕະພາບ

(VOVWORLD) - ຕອນເຊົ້າວັນທີ 16 ຕຸລາ, ຂະບວນລົດໄຟຖ້ຽວພິເສດທີ່ບັນທຸກແຂກທີ່ມາຈາກບັນດາປະເທດ ອາຊຽນ ແລະ ປະເທດເຈົ້າພາບ ສ.ເກົາຫຼີ 200 ຄົນໄດ້ອອກຈາກສະຖານີລົດໄຟ ເຊີອູນ ເດີນທາງໄປຢ້ຽມຢາມບາງນະຄອນຢູ່ພາກໃຕ້ ສ.ເກົາຫຼີ. 

ເຫດການດັ່ງກ່າວ ໂດຍສູນ ອາຊຽນ - ສ.ເກົາຫຼີ (AKC) ຈັດຕັ້ງ ພາຍໃຕ້ການອຸປະຖຳຂອງກະຊວງການຕ່າງປະເທດ ສ.ເກົາຫຼີ, ນີ້ກໍ່ແມ່ນການເຄື່ອນໄຫວຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ເຊິ່ງຈະໄດ້ຈັດຕັ້ງຢູ່ ບູຊານ ໃນທ້າຍເດືອນ ພະຈິກ ຈະມາເຖິງ.

ຂະບວນລົດໄຟ ອາຊຽນ - ສ.ເກົາຫຼີ: ການເດີນທາງໃໝ່ແຫ່ງນ້ຳໃຈມິດຕະພາບ - ảnh 1 ຂະບວນລົດໄຟ ອາຊຽນ - ສ.ເກົາຫຼີ: ການເດີນທາງໃໝ່ແຫ່ງນ້ຳໃຈມິດຕະພາບ (ພາບ: TTXVN)

        ຕາມຄະນະຈັດຕັ້ງແລ້ວ, ການເດີນທາງນີ້ ແມ່ນໂອກາດເພື່ອໃຫ້ ອາຊຽນ ແລະ ສ.ເກົາຫຼີ ຮັບຮູ້ຄວາມສຳຄັນຂອງການຮ່ວມມືລະດັບພາກພື້ນໃນການປ້ອງກັນ ແລະ ອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ທຳມະຊາດຫລາຍແຫ່ງຂອງທັງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ