ຂະແໜງພະລັງງານ ອີຣານ ມີສະຕິລະວັງຕົວຢ່າງສູງກ່ຽວກັບບັນດາເຫດບຸກໂຈມຕີ

(VOVWORLD) - ທ່ານລັດຖະມົນຕີກະຊວງນ້ຳມັນບໍ່ ອີຣານ Bijan Namdar Zanganeh ໄດ້ອອກຄຳສັ່ງໃຫ້ຂະແໜງພະລັງງານ ຕ້ອງມີສະຕິລະວັງຕົວຢ່າງສູງ ຕໍ່ໜ້າຄວາມສ່ຽງທີ່ອາດຈະເກີດບັນດາເຫດ “ບຸກໂຈມຕີທາງອິນເຕີແນັດ ແລະ ບຸກໂຈມຕີທາງໜ້າດິນ”.

        ວັນທີ 29 ກັນຍາ, ໃນຖະແຫຼງການສະບັບໜຶ່ງທີ່ໄດ້ຄັດສະເໜີໃນເວັບໄຊ Shana ຂອງກະຊວງນ້ຳມັນ, ທ່ານລັດຖະມົນຕີ Bijan Namdar Zanganeh ເນັ້ນໜັກວ່າ: ບັນດາບໍລິສັດ ແລະ ຮາກຖານຂອງຂະແໜງນ້ຳມັນທັງໝົດນັ້ນ ຕ້ອງມີສະຕິລະວັງຕົວຢ່າງສູງ. ຕາມທ່ານແລ້ວ, ມາດຕະການເຝົ້າລະວັງນີ້ ແມ່ນຈຳເປັນ ຍ້ອນບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແລະ “ສົງຄາມເສດຖະກິດຮອບດ້ານ” ເຊິ່ງ ອີຣານ ກ່າວຫາ ວໍຊິງຕັນ ປຸກລະດົມແນໃສ່ ເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ