ຄວາມຕ້ອງການຮັບສະໝັກບຸກຄະລາກອນຄຸ້ມຄອງຂັ້ນສູງ ຢູ່ຫວຽດນາມ ນັບມື້ນັບເພີ່ມຂຶ້ນ

(VOVWORLD) -ບັນດາຕໍາແໜ່ງຄື: ຜູ້ອໍານວຍການໃຫຍ່່ ຫຼື ຫົວໜ້າຫ້ອງການເຕັກນິກການຜະລິດ ກໍມີທ່າອ່ຽງເພີ່ມຂຶ້ນ ຍ້ອນມີວິສາຫະກິດຫຼາຍແຫ່ງຂອງຈີນ ພວມເຂົ້າມາລົງທຶນ ແລະ ຕັ້ງໂຮງງານຢູ່ຫວຽດນາມ.

        ວິສາຫະກິດຫຼາຍແຫ່ງຂອງຫວຽດນາມ ພວມຊອກຫາບັນດາຕໍາແໜ່ງຄຸ້ມຄອງ ຫຼືນັກຊ່ຽວຊານແຖວໜ້າທີ່ມີລະດັບວິຊາການສູງ. ຕາມຂໍ້ສັງເກດຂອງບໍລິສັດ Adecco ຫວຽດນາມ, ຂຶ້ນກັບກຸ່ມບໍລິສັດ Adecco - ເຊິ່ງເປັນຫົວໜ່ວຍໃຫ້ຄໍາປຶກສາກ່ຽວກັບບຸກຄະລາກອນ ແລະ ຮັບສະໝັກພະນັກງານແຖວໜ້າໂລກ ທີ່ໄດ້ຖະແຫຼງໃນຕອນບ່າຍວັນທີ 7 ຕຸລາ ແລ້ວ ຄວາມຕ້ອງການພະນັກງານຮັບຜິດຊອບການຄຸ້ມຄອງຜະລິດຕະພັນ ແລະ ຫົວໜ້າຫ້ອງການການຕະຫຼາດ ຢູ່ບັນດາບໍລິສັດຜະລິດເຄື່ອງໃຊ້ສອຍ ແມ່ນຍັງໃຫຍ່ຫຼວງຢູ່, ໄປຄຽງຄູ່ກັນນັ້ນ ບັນດາວຽກງານໃນຂະແໜງການຜະລິດພັດເພິີ່ມຂຶ້ນຢ່າງແຮງ. ບັນດາຕໍາແໜ່ງຄື: ຜູ້ອໍານວຍການໃຫຍ່່ ຫຼື ຫົວໜ້າຫ້ອງການເຕັກນິກການຜະລິດ ກໍມີທ່າອ່ຽງເພີ່ມຂຶ້ນ ຍ້ອນມີວິສາຫະກິດຫຼາຍແຫ່ງຂອງຈີນ ພວມເຂົ້າມາລົງທຶນ ແລະ ຕັ້ງໂຮງງານຢູ່ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ