ຄວາມເຄັ່ງຕຶງປີນຂັ້ນໄດໃນການພົວພັນ ເຢຍລະມັນ - ຕວກກີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ເຢຍລະມັນ Angela Markel ກ່າວເຕືອນວ່າ ປະເທດນີ້ ອາດຈະພິຈາລະນາການພົວພັນກັບ ຕວກກີ ຄືນໃໝ່ ພາຍຫລັງບັນດາການກະທຳຂອງ Ankara ໃນໄລຍະມໍ່ໆມານີ້. 
ຄວາມເຄັ່ງຕຶງປີນຂັ້ນໄດໃນການພົວພັນ ເຢຍລະມັນ - ຕວກກີ - ảnh 1(ພາບປະກອບ) 

ຄຳຖະແຫຼງຂອງທ່ານນາຍົກລັດຖະມົນຕີ Markel ໄດ້ຍົກອອກໃນວັນທີ 01 ກັນຍາ ພາຍຫລັງອຳນາດການປົກຄອງ ຕວກກີ ກັກຕົວພົນລະເມືອງ ເຢຍລະມັນ ຕື່ມອີກ 2 ຄົນ ຍ້ອນ “ບັນດາສາຍເຫດດ້ານການເມືອງ” ໃນວັນທີ 31 ສິງຫາ. ຕາມທ່ານນາຍົກລັດຖະມົນຕີ ເຢຍລະມັນ ແລ້ວ, ບັນດາເຫດກັກຕົວດັ່ງກ່າວ ແມ່ນ “ບໍ່ມີພື້ນຖານດ້ານນິຕິກຳ”, ດັ່ງນັ້ນ ທ່ານຈຶ່ງຮຽກຮ້ອງ Ankara ປ່ອຍຕົວພົນລະເມືອງນີ້ ໃຫ້ເປັນອິດສະຫຼະໃນທັນທີ.

        ເຖິງວ່າ ອຳນາດການປົກຄອງ Ankara ຍັງບໍ່ທັນຍົກອອກປະກາດທາງການໃດໆກ່ຽວກັບເຫດກັກຕົວພົນລະເມືອງ ເຢຍລະມັນ 2 ຄົນນັ້ນກໍ່ຕາມ, ແຕ່ເຫດການນີ້ ໄດ້ຮັບການຮັບຮູ້ຈາກຕຳຫລວດສະໜາມບິນສາກົນ Antatya ຢູ່ ຕວກກີ - ສະຖານທີ່ເກີດເຫດກັກຕົວ. 

ຕອບກັບ

ຂ່າວ/ບົດ​ອື່ນ