ຄວາມເຄັ່ງຕຶງເພີ່ມຂຶ້ນຍ້ອນວິກິດການການເມືອງຢູ່ ຊີຣີ

ຄວາມເຄັ່ງຕຶງເພີ່ມຂຶ້ນຍ້ອນວິກິດການການເມືອງຢູ່ ຊີຣີ - ảnh 1
ກຳ່​ປັນ​ສະໜາມ​ບິນ
(ພາບປະກອບ)

(vovworld) – ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ຊີຣີ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ສົງຄາມຄັ້ງ​ໃໝ່​ອາດ​ຈະ​ເກີດ​ຂຶ້ນຢູ່ ຕາ​ເວັນ​ອອກ​ກາງ ​ໃນ​ຂະນະ​ທີ່​ວັນ​ທີ 29/8, ​ແຫຼ່ງຂ່າວ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ໃຫ້​ຮູ້​ວ່າ: ທະຫານ​ເຮືອ ອາ​ເມ​ລິ​ກາ ພວມ​ເພີ່ມ​ທະວີ​ການ​ມີໜ້າ​ຢູ່​ເຂດ​ອ່າວ Persian, ພ້ອມ​ທັງ​ເພີ່ມ​ຈຳນວນ​ກຳ່​ປັນ​ສະໜາມ​ບິນ​ຈາກ​ໜຶ່ງ​ລຳ​ຂຶ້ນ​ເຖິງ 2 ລຳ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 28/8, ບັນດາ​​ເອກ​ອັກຄະ​ລັດຖະທູດ​ຂອງ​ລາຊະ​ອານາຈັກ ອັງກິດ, ຈີນ, ຝຣັ່ງ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ໄດ້​ສິ້ນ​ສຸດ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໂດຍ​ ລອນ​ດອນ ຮຽບຮຽງກ່ຽວ​ກັບ​ການ​ອະນຸຍາດ​ໃຫ້ມີ​ການ​ເຄື່ອນ​ໄຫວ​ດ້ານການ​ທະຫານ​ຢູ່ ຊີຣີ. ກອງ​ປະຊຸມ​ສິ້ນ​ສຸດ​ລົງ​​ແຕ່ບໍ່​ມີ​ສັນຍາ​ນ​ໃດ​​ສະ​ແດງໃຫ້​ເຫັນ​ວ່າສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອາດ​ຈະ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ມະຕິ​ກ່າວ​ປະນາມ​ການນຳ​ໃຊ້​ອາວຸດ​ເຄມີ​ຢູ່ ຊີຣີ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Vladimir Titov ​ຖື​ວ່າ: ປະ​ຈຸບັນ, ບໍ່​​ແມ່ນ​ຈຸດ​ເວລາ​ເໝາະ​ສົມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ເພື່ອ​ແນ​ໃສ່ Damascus ກ່ອນ​ທີ່​ບັນດາ​ນັກ​ກວ​ດກາ​ຍື່ນ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ນຳ​ໃຊ້​ອາ​ວຸດ​ເຄມີ​ຢູ່ ຊີຣີ. ສ່ວນ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ຈີນ ວາງ​ອີ ​ໄດ້​ຊຸກຍູ້​ທຸກ​ຝ່າຍ​​ກ່ຽວ​ຂ້ອງ​​ລະງັບ​​ໃຈ​ໃນ​ວິ​ກິດ​ການ​ນີ້. ​ໃນ​ຂະນະ​ນັ້ນ, ຢູ່ ຊີຣີ, ບັນດາ​ແຫຼ່ງ​ຂ່າວ​ຈາກ​ປະຊາຊົນ ​ແລະ ຝ່າຍ​ຄ້ານ​ໃຫ້​ຮູ້​ວ່າ: ບັນດາ​ກຳລັງ​ຂອງ​ປະທານ​ທິບໍດີ ຊີຣີ Bashar al – Assad ​ໄດ້​ໃຫ້​ພາລະ​ກອນ​ສ່ວນ​ຫຼາຍ​ອົບ​ພະຍົບອອກ​ຈາກ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກອງທັບ​ຢູ່​ນະຄອນຫຼວງ Damascus ​ເພື່ອ​ຮັບປະກັນຄວາມ​ປອດ​ໄພ​​ເມື່ອ​ຖືກ​ຝ່າຍ​ຕາ​ເວັນ​ຕົກ​ບຸກ​ໂຈມ​ຕີ.

ຂ່າວ/ບົດ​ອື່ນ