ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດກອງປະຊຸມຄັ້ງທີ 9

(VOVWORLD) - ວັນທີ 8 ມັງກອນ, ຢູ່ນະຄອນຫວູງເຕົ່າ, ແຂວງບ່າເຣ້ຍ - ຫວູງເຕົ່າ ຂອງຫວຽດນາມ, ໄດ້ດໍາເນີນພິທີໄຂ ກອງປະຊຸມຄັ້ງທີ 9 ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊຸດທີ 8.

ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດກອງປະຊຸມຄັ້ງທີ 9 - ảnh 1

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຖ່າຍຮູບເປັນທີ່ລະນຶກ (ພາບ:TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວັກເວື້ອງ, ກໍາມະການກົມການເມືອງ, ຜູ້ປະກໍາການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະເໜີວ່າ ໃນປີ 2019 ແລະ ຊຸມປີຕໍ່ໄປ, ແນວໂຮມປະເທດຊາດຫວຽດນາມ ສືບຕໍ່ກໍ່ສ້າງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ພ້ອມທັງເສີມຂະຫຍາຍບົດບາດເປັນແກ່ນສານຂອງການຂົນຂວາຍປະຊາຊົນປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໃຫ້ມີປະສິດທິຜົນ, ປະຕິບັດການຂົນຂວາຍ “ທົ່ວປວງຊົນທັງຊາດສາມັກຄີ ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ” ໃຫ້ເປັນຢ່າງດີ. ໄປຄຽງຄູ່ກັນນັ້ນ, ຂົນຂວາຍປະຊາຊົນເຂົ້າຮ່ວມການກໍ່ສ້າງພັກ, ອໍານາດການປົກຄອງ, ປະຕິບັດໜ້າທີ່ຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມໃຫ້ເປັນຢ່າງດີ; ເສີມຂະຫຍາຍບົດບາດຕັ້ງໜ້າໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຈັດຕັ້ງກອງປະຊຸມໃຫຍ່ແນວໂຮມຂັ້ນຕ່າງໆ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ໃຫ້ເປັນຢ່າງດີ.


ຕອບກັບ

ຂ່າວ/ບົດ​ອື່ນ