ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍພົບປະສັງສັນກັບຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດ

ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍພົບປະສັງສັນກັບຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດ - ảnh 1
ທ່ານ ຫງວຽນ​ດຶກ​ຈູງ ປະທານ​ຄະນະ​ກຳ
ມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ

(vovworld) - ຕອນ​ບ່າຍ​ວັນ​ທີ 18/08, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ຫົວໜ້າ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ 100 ທ່ານ ​ເນື່ອງ​ໃນ​ໂອກາດ​ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມກ່ຽວ​ກັບ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ​ແລະ ກອງ​ປະຊຸມ​ການ​ຕ່າງປະ​ເທດ​ຄັ້ງ​ທີ 29. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ດຶກ​ຈູງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຢືນຢັນ​ວ່າ: ຮ່າ​ໂນ້ຍ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ບົດບາດ​ເປັນ​ຂົວ​ຕໍ່​ຂອງ​ບັນດາ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທູດ​ປະຊາຊົນ, ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ທ້ອງ​ຖິ່ນ. ທ່ານ ຫງວຽນ​ດຶກ​ຈູງ ປາດ​ຖະໜາ​ວ່າ: ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສະຖານກົງສູນ​ໃຫຍ່, ຫົວໜ້າ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ​ຈະ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນດາ​​ທິດທາງ, ​ແຜນ​ນະ​ໂຍບາຍ ​ແລະ ຕັດສິນ​ສ້າງສາ, ພັດທະນາ​ນະຄອນຫລວງ ຮ່າ​ໂນ້ຍ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ສືບ​ຕໍ່​ກາຍ​ເປັນ​ຜູ້​ຮ່ວມ​ເດີນທາງ, ນັກ​ການ​ທູດ​ໜູນ​ຊ່ວຍ ຮ່າ​ໂນ້ຍ ​ໃນ​ວິວັດ​ການ​ໂຄສະນາ, ​ເຊື່ອ​ມຕໍ່ ​ແລະ ຊອກ​ຫາ​ຄູ່​ຮ່ວມ​ມື​ພັດທະນາ.

        ຕາງໜ້າ​ບັນດາ​ຫົວໜ້າ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູຍ​ແທງ​ເຊີນ ຢືນຢັນ​ວ່າ: ກະຊວງ​ການ​ຕ່າງປະ​ເທດ​ພ້ອມ​ກັບ​ບັນດາ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ ຍາມ​ໃດ​ກໍ່​ຖື​ການ​ໂຄສະນາ, ​ເຊື່ອ​ມຕໍ່ ​ແລະ ຊອກ​ຫາ​ຄູ່​ຮ່ວມ​ມື​ໃຫ້​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ນະຄອນຫລວງ ຮ່າ​ໂນ້ຍ ກັບ​ບັນດາ​ທ້ອງ​ຖິ່ນ, ຄູ່​ຮ່ວມ​ມື​ຂອງ​ຕ່າງປະ​ເທດ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ ​ແລະ ຕະຫລອດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ບູຍ​ແທງ​ເຊີນ ປາດ​ຖະໜາ​ວ່າ ​ບັນດາ​ຫົວໜ້າ​ອົງການ​ຕາງໜ້າ ຫວຽດນາມ ປະຈຳຕ່າງປະ​ເທດ ສືບ​ຕໍ່​ເສີມ​ຂະຫຍາຍ, ມີ​ຫົວຄິດ​ປະ​ດິດສ້າງ​ກ່ວາ​ອີກ​ໃນ​ການ​ໂຄສະນາ​ຮູບ​ພາບ​ຂອງ​ນະຄອນຫລວງ ຮ່າ​ໂນ້ຍ, ນຳ​ຮູບ​ພາບ​ນະຄອນຫລວງ ຮ່າ​ໂນ້ຍ ​ແຫ່ງ​ອະລິຍະທຳນັບ​ພັນ​ປີ, ​ເພື່ອ​ສັນຕິພາບ, ​ເປີດ​ປະຕູ ​ແລະ ທັນ​ສະ​ໄໝ​​ເຖິງ​ເພື່ອນ​ມິດສາ​ກົນ.

ຂ່າວ/ບົດ​ອື່ນ