ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດມອບເງິນຊ່ວຍເຫລືອ ໃຫ້ແກ່ປະຊາຊົນພາກກາງ

(VOVWORLD) - ມາຮອດປະຈຸບັນມີສ່ວນບຸກຄົນຫລາຍຄົນ ແລະອົງການຈັດຕັ້ງຊາວຫວຽດນາມອາໄສຢູ່ຕ່າງປະເທດຫລາຍອົງການ ບໍລິຈາກເງິນໄດ້ກວ່າ 15,5 ຕື້ດົ່ງ ແລະ ກໍ່ໄດ້ສົ່ງກັບເມືອປະເທດເພື່ອສືບຕໍ່ມອບໃຫ້ພໍ່ແມ່ປະຊາຊົນພາກກາງ.
ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດມອບເງິນຊ່ວຍເຫລືອ ໃຫ້ແກ່ປະຊາຊົນພາກກາງ - ảnh 1ພິທີມອບຮັບເງິນຊ່ວຍເຫລືອປະຊາຊົນພາກກາງ 

ວັນທີ 5 ພະຈິກປີ 2020, ຢູ່ສຳນັກງານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານ ດັ້ງມີງຄູຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວຫນ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຕາງຫນ້າໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດມອບເງິນຊ່ວຍເຫລືອປະຊາຊົນພາກກາງຫວຽດນາມທີ່ພວມຖືກເສຍຫາຍຢ່າງຫນັກຫນ່ວງຈາກໄພທຳມະຊາດ.ຈຳນວນເງິນຊ່ວຍເຫລືອແມ່ນລວມມູນຄ່າ ກວ່າ 11 ຕື້ 800 ລ້ານດົ່ງ ໂດຍຮັບຈາກຊາວຫວຽດນາມອາໄສຢູ່ ໄທ, ເຊັກໂກ, ກຳປູເຈຍ, ສປປລາວ, ເຢຍລະມັນ, ອົດສະຕາລີ,ຮຸງກາຣີ, ອາເມລິກາ,ສະວິດ,ຢູແກຼນ, ໂປໂລຍ.

ມາຮອດປະຈຸບັນມີສ່ວນບຸກຄົນຫລາຍຄົນ ແລະອົງການຈັດຕັ້ງຊາວຫວຽດນາມອາໄສຢູ່ຕ່າງປະເທດຫລາຍອົງການ ບໍລິຈາກເງິນໄດ້ກວ່າ 15,5 ຕື້ດົ່ງ ແລະ ກໍ່ໄດ້ສົ່ງກັບເມືອປະເທດເພື່ອສືບຕໍ່ມອບໃຫ້ພໍ່ແມ່ປະຊາຊົນພາກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ