ຄະນະຊາວໜູ່ມກອມມູນິດໂຮ່ຈິມິນ - ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ເພີ່ມທະວີການຮ່ວມມື

ຄະນະຊາວໜູ່ມກອມມູນິດໂຮ່ຈິມິນ - ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ເພີ່ມທະວີການຮ່ວມມື - ảnh 1
( ພາບປະກອບ )

( vovworld ) - ຕອນ​ເຊົ້າ​ວັນ​ທີ 19/3, ສູນ​ກາງ​ຄະນະຊາວ​ໜູ່ມກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ກຸ່ມບໍລິສັດ​ໄປສະນີ​​ໂທລະຄົມມະນາຄົມຫວຽດນາມ​ ຈັດ​ຕັ້ງ​ພິທີ​ສະຫຼຸບ​ໂຄງການ​ສົມທົບ​ວຽກ​ງານ​ປີ 2011 ​ແລະ ລົງ​ນາມ​ໂຄງການ​ສົມທົບວຽກ​ງານ​ປີ 2012. ​ໃນ​ປີ 2011 ທີ່ຜ່ານ​ມາ, ສູນ​ກາງ​ຄະນະຊາວ​ໜູ່ມກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ກຸ່ມບໍລິສັດ​ໄປສະນີ​​ໂທລະຄົມມະນາຄົມ ( VNPT ) ​ໄດ້​ຜັນ​ຂະ​ຫຍາ​ຍ​ທົດ​ລອງສະຖານ​ທີ່ນຳ​ໃຊ້​ອີນ​ເຕີ​ແນ​ດ 62​ ແຫ່ງ​ໃຫ້​ແກ່ຊາວ​ໜູ່ມຂອງ 62 ຕາ​ແສງ​ຫຍຸ້ງ​ຍາກ​ດ້ວຍ​ຊື່ວ່າ “ ສູນ​ອີນ​ເຕີ​ແນ​ດຊາວ​ໜູ່ມ ”. ມາ​ຮອດ​ປະຈຸ​ບັນ, ບັນດາ​ສະຖານ​ທີ່ນຳ​ໃຊ້​ອີນ​ເຕີ​ແນ​ດຊາວ​ໜູ່ມ​ໄດ້​ເລີ່ມ​ເຄື່ອນ​ໄຫວປະກອບສ່ວນ​ໂຄສະນາ, ຍົກ​ສູງ​ຄວາມ​ຮູ້​ດ້ານ​ເຕັກ​ໂນ​ໂລ​ຊີ​​ແກ່​ຊາວ​ໜູ່ມຢູ່​ບັນດາ​ຕາ​ແສງ​ຫຍຸ້ງ​ຍາ​ກ, ຮັບ​ໃຊ້​​ໃຫ້ການ​ພັດທະນາ​ເສດຖະກິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຊີວິດ​ດ້ານຈິດ​ໃຈ ​ແລະ ຄຸນ​ນະພາບຂອງການ​ດຳລົງ​ຊີວິດຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່ VNPT ຟານ​ຮ່ວາງ​ດຶກ ​ໃຫ້​ຮູ້​ວ່າ.

“ ນີ້​ແມ່ນ​ການ​ສົມທົບ​ທີ່​ມີ​ຄວາມ​ໝາຍ​ອັນໃຫຍ່​ຫຼວງ, ​ເພາະ​ສະ​ນັ້ນພວກ​ຂ້າພະ​ເຈົ້າ​ຈະ​ທະວີຄູນ​ ​ແລະ ພັດທະນາ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ຕ່າງໆ​ອີກ. ນອກຈາກ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່​ໃຫ້​ຄ່າ​ການ​ບໍລິການເໝາະ​ສົມ​​ ແລະ ມີ​ການສົ່ງ​ເສີມ​ເພື່ອຊ່ວຍ​​​ເຫຼືອພະນັກງານ​ຄະນະ​ຊາວ​ໜູ​່ມ ​ແລະ ບັນດາ​ກຳລັງ​ໜູ່ມ​ເມື່ອ​ນຳ​ໃຊ້​ການ​ບໍລິການ​ຂອງ VNPT, ບໍ່ພຽງ​ແຕ່​ເປົ້າ​ໝາຍ​ຢູ່​ນະຄອນ​ເທົ່າ​ນັ້ນ, ຫາກ​​ໃນປີ 2012 ກໍ່ພວມ​ສຸມ​ໃສ່​ໃຫ້​ແກ່​ບັນດາ​ໂຮງຮຽນຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼິກ ​ແລະ ໜູນ​ຊ່ວຍ​ກ່ຽວ​ກັບກຳລັງ ​ແລະ ​ເຕັກ​ໂນ​ໂລ​ຊີ​ອີກ​ດ້ວຍ. ຜ່ານ​ນັ້ນ, ສ້າງ​​ເປັນ​ລັກສະນະ​ຄົບ​ຊຸດກ່ຽວ​ກັບ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​​ເຖິງ​ໝູ່​ໄວໜຸ່ມ​ຢູ່ເຂດ​ຫ່າງ​ໄກ​ສອກ​ຫຼິກ …”

ຂ່າວ/ບົດ​ອື່ນ