ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ສ້າງ​ສະ​ຖິ​ຕິ​ໃໝ່​ກ່ຽວ​ກັບ​ຈຳ​ນວນຫຼຽນ​ຄຳ​ໃນ​ງານ​ຊີ​ເກ​ມ

(VOVWORLD) -ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 446  ຫຼຽນ, ໃນນັ້ນ, ຫຼຽນຄຳມີ 205 ຫຼຽນ, ເຊິ່ງຢືນອັນດັບໜຶ່ງໃນງານມະຫາກຳກິລາ, ລື່ນກາຍສະຖິຕິຫຼຽນຄຳ 194 ຫຼຽນ ເຊິ່ງ ຄະນະນັກກິລາ ອິນໂດເນເຊຍ ຄວ້າໄດ້ໃນຊີເກມ Jakarta ປີ 1997.
ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ສ້າງ​ສະ​ຖິ​ຕິ​ໃໝ່​ກ່ຽວ​ກັບ​ຈຳ​ນວນຫຼຽນ​ຄຳ​ໃນ​ງານ​ຊີ​ເກ​ມ - ảnh 1ນັກກິລາ ຫງວຽນທິແອັງ ຄວ້າໄດ້ຫຼຽນຄຳໃນກິລາ ແລ່ນ 3.000 ແມັດ  (ພາບ: TTXVN)

ກິລາປະເພດຕ່າງໆທີ່ແຂ່ງຂັນໃນງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (ຊີເກມ 31) ໄດ້ອັດລົງໃນວັນທີ 22 ພຶດສະພາ 2022. ຄະນະນັກກິລາ ຫວຽດນາມ ໄດ້ສ້າງສະຖິຕິໃໝ່ກ່ຽວກັບຈຳນວນຫຼຽນຄຳ ເຊິ່ງຄະນະນັກກິລາໜຶ່ງຄວ້າມາໄດ້ໃນງານມະຫາກຳກິລາ ຊີເກມ 31. ຄະນະນັກກິລາ ຫວຽດນາມ ຄວ້າໄດ້ທັງໝົດ 446  ຫຼຽນ, ໃນນັ້ນ, ຫຼຽນຄຳມີ 205 ຫຼຽນ, ເຊິ່ງຢືນອັນດັບໜຶ່ງໃນງານມະຫາກຳກິລາ, ລື່ນກາຍສະຖິຕິຫຼຽນຄຳ 194 ຫຼຽນ ເຊິ່ງ ຄະນະນັກກິລາ ອິນໂດເນເຊຍ ຄວ້າໄດ້ໃນຊີເກມ Jakarta ປີ 1997. ຢືນອັນດັບທີ 2 ແມ່ນ ໄທ (ດ້ວຍຫຼຽນຄຳ 92 ຫຼຽນ), ອິນໂດເນເຊຍ ຢືນອັນດັບທີ 3 ດ້້ວຍຫຼຽນຄຳ 69 ຫຼຽນ ແລະ ຟີລິບປິນຢືນອັນດັບທີ 4 ດ້ວຍຫຼຽນຄຳ 52 ຫຼຽນ.


ຕອບກັບ

ຂ່າວ/ບົດ​ອື່ນ